ກົດຟັງສຽງ
ຫລັງຈາກທີ່ ຣັຖບານລາວ ໄດ້ຕົກລົງ ໃນສັນຍາ ເມື່ອຕົ້ນປີ 2012 ກັບ ບໍລິສັດ ດອກງິ້ວຄໍາ ຂອງຈີນ ທີ່ຈະສ້າງ ເດີ່ນເຮືອບິນ ໃນເຂດ ເສຖກິດ ພິເສດ 3 ຫລ່ຽມຄໍາ ເມືອງຕົ້ນເຜິ້ງ ມາຮອດດຽວນີ້ ທາງການແຂວງ ບໍ່ແກ້ວ ກໍໄດ້ເລີ້ມ ສຶກສາ ຄວາມເປັນໄປໄດ້ ກ່ຽວກັບ ໂຄງການ ດັ່ງກ່າວ. ເຈົ້າໜ້າທີ່ ຜແນກ ໂຍທາທິການ ແຂວງບໍ່ແກ້ວ ເວົ້າກ່ຽວກັບ ໂຄງການ ນີ້ວ່າ:
"ດຽວນີ້ກໍາລັງ ສຶກສາ ຄວາມເປັນໄປໄດ້ຢູ່ ວ່າຜົນໄດ້ຮັບ ແລະຜົນເສັຍ ມັນຊິມີແນວໃດ ຫັ້ນເນ໋າະ".
ທ່ານເວົ້າ ຕໍ່ໄປວ່າ ໂຄງການນີ້ ເປັນໂຄງການ ຂນາດໃຫຍ່ ຈະໃຊ້ ງົບປະມານສູງ ຈຶ່ງຕ້ອງມີ ການສຶກສາ ສໍາຣວດ ຢ່າງລະອຽດ ຖ້ວນທີ່ ເສັຍກ່ອນ ເພື່ອໃຫ້ໄດ້ ປໂຍດຫລາຍ ທີ່ສຸດ ແລະ ພຍາຍາມ ຫຼີກລ່ຽງ ເຣື່ອງ ຜົນກະທົບ ຕໍ່ ປະຊາຊົນ ແລະ ຊັພຍາກອນ ທັມມະຊາດ ໂດຍສະເພາະ ປ່າໄມ້ ຈະໃຫ້ມີ ໜ້ອຍທີ່ສຸດ.
ເຖິງຢ່າງໃດ ກໍຕາມ ຜົນກະທົບ ສ່ວນນຶ່ງ ຈາກ ໂຄງການນີ້ ຄືການທີ່ຕ້ອງ ໃຊ້ພື້ນທີ່ດິນ ຂອງ ປະຊາຊົນ ແລະ ພວກຂະເຈົ້າ ຕ້ອງໄດ້ ຍ້າຍຈາກພື້ນທີ່ ຢ່າງແນ່ນອນ. ດັ່ງເຈົ້າໜ້າທີ່ ເວົ້າກ່ຽວກັບ ເຣື່ອງນີ້ວ່າ:
"ຢູ່ປະມານ 60 ຄອບຄົວ ຫັ້ນແຫລ໋ະ ຢູ່ບ້ານຄວນ ມັນເປັນ ເຂດບ້ານຕວນ ໄປຫາ ສີບຸນເຮືອງ".
ໂຄງການກໍ່ສ້າງ ເດີ່ນເຮືອບິນ ເມືອງຕົ້ນເຜິ້ງ ຈະໃຊ້ພື້ນທີ່ ກວ້າງ 250 ເຮັກຕາ. ໃນຈໍານວນນີ້ ເປັນພື້ນທີ່ດິນ ຂອງ ຊາວບ້ານຮອດ 200 ເຮັກຕາ ຊຶ່ງຊາວບ້ານ ຈະໄດ້ຮັບ ຜົນກະທົບ ຫລາຍພໍ ສົມຄວນ ແລະທາງ ບໍລິສັດ ກໍ່ສ້າງ ຈະຈ່າຍເງິນ ທົດແທນ ໃຫ້ຕາມ ພາຍຫລັງ. ນອກຈາກນັ້ນ ໂຄງການ ກໍຍັງ ຈະຕ້ອງໄດ້ ບຸກເບີກ ພື້ນທີ່ປ່າໄມ້ ອີກ ຈໍານວນນຶ່ງ. ຫາກໂຄງການ ໄດ້ຮັບ ອະນຸມັດ ໃຫ້ເລີ້ມ ການກໍ່ສ້າງ ຄາດວ່າຈະໃຫ້ ແລ້ວ ເສັດພາຍ ໃນເວລາ 8 ເດືອນ.