ຈີນເປີດທະນາຄານ ໃນລາວ

ທະນາຄາຣ ຂອງ ສປຈີນ ໄດ້ຮັບ ອະນຸຍາຕ ໃຫ້ເປີດ ສາຂາ ໃນ ສປປລາວ.

0:00 / 0:00

ກົດຟັງສຽງ

ທະນາຄາຣ ຟູຈຽນ (Fudian) ຂອງຈີນ ໄດ້ຮັບກາຣ ສນັບສນູນ ຈາກ ທາງຄນະ ກັມມາທິກາຣ ຄວບຄຸມ ກາຣທະນາຄາຣ ໃນເດືອນ ຜ່ານມາ ເພື່ອປັບປຸງ ສາຂາ ທະນາຄາຣ ໃນເມືອງລາວ ໃຫ້ເປັນ ສະຖາບັນ ທຸຣະກິຈ ຣະດັບ ສາກົລ ກ່ອນທີ່ ຈະໃຫ້ມີ ກາຣເປີດ ແລະ ປັບປຸງ ສາຂາອື່ນໆ ໃນປະເທສ ເພື່ອນບ້ານ ເຊັ່ນ: ຢູ່ວຽຕນາມ ພະມ້າ ໄທຽ ແລະ ກັມພູຊາ ໃຫ້ໄດ້ ຣະດັບ ດຽວກັນ ໃນຂັ້ນ ຕໍ່ໄປ.

ທ່ານ Hu Gang ຜູ້ຈັດກາຣ ທົ່ວໄປ ໃຫ້ກາຣ ຊີ້ແຈງວ່າ ສາເຫຕຫລັກ ທີ່ທາງ ທະນາຄາຣ ຟູຈຽນ ໄດ້ຕົກລົງ ໃຫ້ມີກາຣ ປັບປຸງ ສາຂາ ໃນເມືອງລາວ ໃຫ້ໄດ້ ມາຕຖານ ນັ້ນ ກໍຍ້ອນມີ ບໍຣິສັທ ຂອງຈີນ ຫລາຍ ບໍຣິສັທ ໄດ້ໄປ ລົງທຶນຄ້າ ໃນເມືອງລາວ ພາຍໃຕ້ ໂຄງກາຣ ຮ່ວມມື ຂອງທາງ ຣັຖບາລລາວ ແລະ ຈີນ ໃນປັຈຈຸບັນ ແລະ ມີແນວໂນ້ມ ທີ່ຈະມີ ຫລາຍເພີ່ມຂຶ້ນ ໃນ ອະນາຄົຕ ໂດຽສະເພາະ ທີ່ເມືອງລາວ ມີຄວາມ ອຸດົມ ສົມບຸນ ທາງດ້ານ ຊັພຍາກອນ ທັມມະຊາຕ ແລະ ຄວາມມີ ສະເຖັຽ ຣະພາບ ທາງດ້ານ ກາຣເມືອງ ນຳດ້ວຍ.

ໃນຂນະດຽວກັນ ທ່ານ Hu Gang ກໍໄດ້ກ່າວ ເນັ້ນວ່າ ແທນທີ່ ທະນາຄາຣ ຂອງທ່ານ ຈະຂຍາຍ ສາຂາອອກໄປ ຕາມຕົວເມືອງ ໃຫຍ່ຫລາຍແຫ່ງ ໃນປະເທສ ຈີນ ເຊັ່ນ ນະຄອນຊຽງໄຮ໊ ຫລືກຸງປັກກິ່ງ ນັ້ນ ທາງ ຄນະກັມມະກາຣ ຊ້ຳເຫັນດີ ທີ່ຈະໃຫ້ ມີກາຣ ຂຍາຍ ແລະ ປັບປຸງ ທະນາຄາຣ ຟູຈຽນ ດັ່ງກ່າວ ທີ່ມີ ສູນກາງໃຫຍ່ ໃນນະຄອນ ຂຸນໝີງ ລົງໄປຍັງ ປະເທສລາວ ດັ່ງກ່າວ ຍ້ອນໂຄງກາຣ ພັທນາ ໃນທົ່ວ ປະເທສລາວ ໂດຽທາງ ຣັຖບາລ ຈີນ ໃຫ້ກາຣ ສນັບສນູນ ນັ້ນ.