ສ້າງເຂື່ອນເປັນຜົນດີ ໃຫ້ນໍ້າປະປາ

ການສ້າງເຂື່ອນ ເປັນຜົນດີ ຕາມຫລັກ ວິຊາການ ຣະບົບ ບໍາບັດ ນໍ້າປະປາ ແຕ່ຖ້າ ຕາມຫລັກ ສະພາບແວດລ້ອມ ແມ່ນ ກົງກັນຂ້າມ.
ມະນີຈັນ
2012.10.08
F-Khampheuy ທ່ານ ຄໍາເຜີຍ ວົງສັກຄໍາຜຸຍ ຜູ້ອໍານວຍການ ນໍ້າປະປາ ນະຄອນຫລວງ ວຽງຈັນ ທີ່ເຂົ້າຮ່ວມ ກອງປະຊຸມ ທີ່ສູນປະຊຸມ ແຫ່ງຊາຕ ເສຣີກິຈ ບາງກອກ ປະເທດໄທ ວັນທີ 5 ຕຸລາ 2012
RFA/Manichanh

2 ແຫລ່ງນໍ້າ ທັມມະຊາດ ທີ່ນໍາມາຜລິດ ນໍ້າປະປາ ໃນນະຄອນຫລວງ ວຽງຈັນ ກໍມີແມ່ນໍ້າຂອງ ແລະ ນໍ້າງື່ມ. ທັງ 2 ແຫລ່ງນໍ້ານີ້ ມີຄວາມແຕກຕ່າງ ກັນທີ່ສຸດ ໃນເຣື່ອງ ຄວາມສະອາດ ຄວາມຂຸ່ນຂອງນໍ້າ ຊຶ່ງໝາຍເຖິງ ການໃຊ້ ສາຣເຄມີ ເພື່ອບໍາບັດ ຊື່ງເປັນຕົ້ນທຶນ ໃນການຜລິດນໍ້າ. ຕາມຄໍາເວົ້າ ຂອງທ່ານ ຄໍາເຜີຍ ວົງສັກຄໍາຜຸຍ ຜູ້ອໍານວຍການ ນໍ້າປະປາ ນະຄອນຫລວງ ວຽງຈັນ ຢູ່ນອກ ກອງປະຊຸມ ທີ່ສຸນປະຊຸມ ແຫ່ງຊາດ ເສຣີກິດ ບາງກອກ ປະເທດໄທ ເມື່ອວັນທີ 5 ຕຸລານີ້. ທ່ານເວົ້າວ່າ ນໍ້າສອງ ແຫລ່ງນີ້ ແຕກຕ່າງກັນ ເຄິ່ງຕໍ່ເຄິ່ງ:

"ເພາະນໍ້າຂອງ ຍາມແລ້ງ ນໍ້າຂຸ່ນຕໍ່າສຸດ 60ຫາ70 ຖ້າຍາມຝົນ ກໍເປັນພັນ ກວ່າ NTU ຊຶ່ງຕ້ອງໄດ້ໃຊ້ ສາຣເຄມີ ເຂົ້າໄປຫລາຍໆ ເພື່ອໃຫ້ບໍາບັດ ແຕ່ນໍ້າງື່ມນີ້ ຍາມແລ້ງ ເປັນນໍ້າຂ້ອນຂ້າງ ສະອາດ ເຫລືອ 10 ກວ່າ NTU ບໍາບັດ ໜ້ອຍດຽວ ໃສ່ສາຣເຄມີ ຫນ້ອຍດຽວ ກໍໃສລະ ແຕ່ຍາມຝົນນີ້ ກໍປະມານ 100 ກວ່າ 200 ຖືວ່າມັນຜິດ ດ່ຽງກັນ ເປັນ 10 ເທົ່າ".

ທາງການ ນະຄອນຫລວງ ວຽງຈັນ ຄິດວ່າ ໃນອະນາຄົດ ກໍຕ້ອງໃຊ້ ນໍ້າງື່ມ ເພາະທາງເລືອກ ຂອງການປະປານະ ຄອນຫລວງ ສໍາຄັນແມ່ນ ເລືອກເອົາໂຕທີ່ ຕົ້ນທຶນການ ຜລິດບໍ່ສູງ. ຕໍ່ຄໍາຖາມທີ່ວ່າ ແຫລ່ງນໍ້າ ໃນລາວ ຊຶ່ງຣັຖບານລາວ ໄດ້ສ້າງ ແລະມີແຜນການ ສ້າງເຂື່ອນ ໃສ່ຫລາຍແຫ່ງ ຊຶ່ງອາດຈະເຮັດໃຫ້ ນໍ້າປ່ຽນແປງ ຫລາຍນັ້ນ ທາງ ການນໍ້າປະປາ ນະຄອນຫລວງ ຈະມີວິທີ ຄວບຄຸມ ຜົນກະທົບໄດ້ ແນວໃດນັ້ນ ທ່ານຄໍາເຜີຍ ບອກວ່າ ເຂື່ອນ ຖ້າໄດ້ສ້າງເຂື່ອນນີ້ ເປັນຜົນດີ 3 ຢ່າງ ຕາມຫລັກ ວິຊາການ:

"ດີອັນທີນຶ່ງ ໄດ້ກະແສ ໄຟຟ້າ ດີອັນທີສອງ ນໍ້າ ມັນຈະຮັກສາ ໃຫ້ການໄຫລ ຂອງນໍ້ານີ້ ເປັນຣະບົບ ເພາະນໍ້າ ຕົວຢ່າງ ຝົນທີ່ຕົກມາ ຍາມຝົນຕົກ ມາມັນຕ້ອງ ມີບ່ອນຕົ່ງ ນໍ້າມ້ຽນ ແລ້ວນໍ້ານີ້ມັນ ກໍທະຍອຍຜລິດ ກະແສໄຟຟ້າ ລະມັນ ຈະໄຫລລົງໄປ ຖ້າເອົານໍ້າປະປາ ທາງລຸ່ມ ຕົງກັນຂ້າມ ຖ້າບໍ່ມີຫຍັງ ກັນນໍ້າໄວ້ ມັນໄຫລມາ ມັນກໍໄຫລ ຖີ້ມ ລົງໄປ  ດີອັນທີສາມ ມີເຂື່ອນນີ້ ສະແດງວ່າ ນໍ້າທີ່ມາຢູ່ ທາງໜ້າເຂື່ອນ ມັນຈະຕົກ ຕະກອນ ໂດຍທັມມະຊາດ ເພາະເວລາ ຕົວຢ່າງ ເຮົາເອົານໍ້າ ໄປຂັງໄວ້ໃນ ອ່າງຂຸຊາມ ດົນໄປຄວາມຂຸ່ນ ມັນຈະຕົກ ອັນນີ້ ເຂົາເອີ້ນວ່າ ການບໍາບັດ ແບບທັມມະຊາດ".

ນີ້ຄືທັສນະ ຂອງການນໍ້າປະປາ ຊຶ່ງປາກົດວ່າ ກົງກັນຂ້າມ ກັບການເບິ່ງຈາກ ທັສນະ ດ້ານສະພາບ ແວດລ້ອມ ທີ່ເຫັນວ່າມັນ ກະທົບໃສ່ ຫລາຍຢ່າງ. ນອກຈາກສະພາບ ແວດລ້ອມແລ້ວ ກໍຍັງກະທົບໃສ່ ຊີວິດ ການເປັນຢູ່ ຂອງ ປະຊາຊົນ ເປັນຕົ້ນ ຜູ້ທີ່ຢູ່ໜ້າ ເຂື່ອນ ຊຶ່ງຕ້ອງໄດ້ ຍ້າຍອອກ ໂດຍທີ່ ຄ່າຊົດເຊີຍ ກໍບໍ່ຍຸຕິທັມ ເທົ່າທີ່ຄວນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.