ກົດຟັງສຽງ
ການກໍ່ສ້າງ ຂົວຂ້າມ ແມ່ນໍ້າຂອງ ແຫ່ງທີ 4 ເສັ້ນທາງ ຄຸນໝິງ-ບາງກອກ ປະເຊີນກັບ ບັນຫາ ເພາະ ຜູ້ຮັບເໝົາ ກໍ່ສ້າງ ຢ້ານວ່າ ການແລກປ່ຽນ ອັດຕຣາເງິນ ຢວນ ຂອງຈີນ ຈະເຮັດໃຫ້ ຫລຸບທຶນ ໃນການ ກໍ່ສ້າງ, ດັ່ງນັ້ນ ຄາດວ່າ ການກໍ່ສ້າງ ໃຫ້ສໍາເຣັດ ອາດຕ້ອງ ເຍື້ອນອອກ ໄປຮອດ ປີ 2013.
ທ່ານ ພິນິດ ຫານພານິດ ເຈົ້າແຂວງ ແຂວງຊຽງຮາຍ ປະເທດໄທ ເປີດເຜີຍວ່າ ດຽວນີ້ ຖນົນ R3a ເຊື່ອມຕໍ່ ໄທ-ລາວ-ຈີນ ໄດ້ກໍ່ສ້າງ ສໍາເຣັດ ແລະ ໃຊ້ການ ໄດ້ດີແລ້ວ, ເສັ້ນທາງສາຍ ດັ່ງກ່າວ ເຊື່ອມຕໍ່ ນະຄອນ ຂຸນໝິງ ເມືອງ ເອກຂອງແຂວງ ຢຸນານ ຂອງຈີນ ໄປຫາ ບາງກອກ ເມືອງເອກ ຂອງໄທ ໂດຍຜ່ານ ທາງພາກເໜືອ ຂອງລາວ. ເຖິງຢ່າງໃດ ກໍຕາມ ຖນົນ ສາຍດັ່ງກ່າວ ກໍາລັງ ປະສົບ ກັບບັນຫາ ເຣື້ອງການ ເຊື່ອມຕໍ່ ບ່ອນຂົວຂ້າມ ແມ່ນໍ້າຂອງ ຢູ່ເມືອງ ຫ້ວຍຊາຍ ແຂວງບໍ່ແກ້ວ ສປປລາວ ແລະ ເມືອງຊຽງຂອງ ແຂວງ ຊຽງຮາຍ ປະເທດໄທ.
ທ່ານ ພິນິດ ເວົ້າວ່າ ການກໍ່ສ້າງ ຂົວ ດັ່ງກ່າວ ຫລ້າຊ້າ ເພາະມີ ບັນຫາ ໃນການ ຈ່າຍເງິນ ຍ້ອນວ່າ ໂຄງການນີ້ ເກີດຈາກ ການຮ່ວມມື ໄທ-ລາວ-ຈີນ ຊຶ່ງການ ຕົກລົງ ໄທ-ຈີນ ຈ່າຍຜູ້ ລະເຄິ່ງ. ຕາມ ງົບປະມານ ຕົກເປັນ ເງິນ 40 ລ້ານ ໂດລາ ສະຫະຣັຖ. ເມື່ອເຖິງ ເວລາ ກໍ່ສ້າງ ຝ່າຍໄທ ກໍຈ່າຍ ໄປຕາມ ປົກກະຕິ ໃຫ້ຜູ້ ຮັບເໝົາ ກໍ່ສ້າງ ຕາມຂໍ້ ຕົກລົງ, ແຕ່ຝ່າຍຈີນ ຍັງບໍ່ທັນ ໄດ້ຈ່າຍເງິນ ໃຫ້ຜູ້ ຮັບເໝົາ. ຝ່າຍຈີນ ຂໍຈ່າຍ ເປັນເງິນ ຢວນ ແຕ່ຜູ້ ຮັບເໝົາ ບໍ່ຢາກຮັບ ເງິນຢວນ ຍ້ອນວ່າ ຫາກຮັບ ເງິນຢວນ ຈະມີບັນຫາ ເມື່ອໄປ ແລກປ່ຽນ ຍ້ອນອັດຕຣາ ເງິນຢວນ ປ່ຽນແປງ ຂຶ້ນໆລົງໆ ຈົນເຖິງ ປານນີ້ ຍັງຕົກລົງ ກັນບໍ່ໄດ້ ເຮັດໃຫ້ເກີດ ການຫລ້າຊາ ມາເຖິງ ປັດຈຸບັນ ນີ້.
ໂຄງການ ກໍ່ສ້າງຂົວ ຂ້າມ ແມ່ນໍ້າຂອງ ແຫ່ງທີ 4 ຈະເຊື່ອມຕໍ່ ແລວ ເສຖກິດ ເໜືອ-ໃຕ້, ໃຊ້ ງົບປະມານ 1,486.5 ລ້ານ ບາດ ຊຶ່ງມີ ບໍລິສັດ ໄທ-ຈີນ ຮ່ວມຮັບເໝົາ ກໍ່ສ້າງ. ການກໍ່ສ້າງ ເລີ້ມມາແຕ່ ວັນທີ 11 ມີນາ 2010 ແລະ ຈະໃຫ້ແລ້ວ ໃນວັນທີ 10 ທັນວາ 2012 ໃຊ້ເວລາ ກໍ່ສ້າງ 30 ເດືອນ, ແຕ່ຕາມ ສະພາບ ໂຕຈິງ ຄົງຈະໄປ ແລ້ວ ໃນປີ 2013.