ນັກຂຽນກະວີ ຊາວມົ້ງລາວຣຸ້ນໃໝ່

ຊາວມົ້ງລາວ ຣຸ້ນໃໝ່ ໃຊ້ ການຂີດຂຽນ ບົດກະວີ ແລະ ແຕ່ງ ກາບກອນ ເປັນຕົວແທນ ອອກສຽງ ເຖີງຄວາມ ຮູ້ສຶກ ຈາກໃຈ.

0:00 / 0:00

ກົດຟັງສຽງ

ຊາວມົ້ງລາວ ຣຸ້ນໃໝ່ ທີ່ເກີດໃຫຍ່ ຢູ່ໃນ ສະຫະຣັຖ ອະເມຣິກາ ຫລາຍໆຄົນ ມັກຈະໃຊ້ ເວລາວ້າງ ຂີດຂຽນ ບົດກະວີ ແລະ ກາບກອນ ທີ່ ກ່ຽວພັນກັບ ຄວາມເປັນມາ ຂອງ ພໍ່ແມ່ທີ່ ແຕກພ່າຍໜີ ສົງຄາມ ອິນໂດຈີນ ຊື່ງເຫັນວ່າ ມີຜູ້ຂຽນ ຫຼາຍເພີ່ມຂຶ້ນ ກວ່າເກົ່າ ດັ່ງຈະເຫັນໄດ້ ຈາກຕົວຢ່າງ ຂອງ ນາງໄມເດີວັງ (Mai Der Vang) ອາຍຸ 30 ປີ ທີ່ໄດ້ຂຽນ ບົດກະວີ ຫລາຍໆຢ່າງ.

ນາງ ໄມເດີວັງ ຜູ້ອຳນວຍກາຣ ຂອງ ສື່ມວລຊົນ ມົ້ງ-ອະເມຣິກັນ ທີ່ເມືອງ Fresno ຮັຖ California ໄດ້ຂຽນ ກາບກອນ ແລະ ສາຣະຄະດີ ກ່ຽວກັບ ເຫຕກາຣ ທີ່ພໍ່ແມ່ ຂອງນາງໄດ້ ພົບພໍ໊ມາ ແຕ່ດ້ວຍ ເຫຕຜົລທີ່ ບໍ່ສາມາຖ ຂີດຂຽນ ອອກມາໄດ້ ຈຶ່ງໄດ້ກ່າວ ຕໍ່ຜູ້ເປັນ ລູກໆຫລານໆ ເພື່ອໃຫ້ສືບທອດ ຕໍ່ໆກັນໄປ ຊຶ່ງນາງ ໄມເດີວັງ ກໍໄດ້ ບັນທຶກໄວ້ ຊຶ່ງ ກໍຮວມທັງ ເຣື່ອງຣາວ ທີ່ຜູ້ເປັນ ພໍ່ແມ່ ໄດ້ໄປພົບພໍ້ ກັບ ຄຣູ-ອາຈາຣຍ໌ ແມ້ກະທັ້ງ ທີ່ບໍ່ສາມາຖ ຂຽນຊື່ລູກ ຂອງຕົນ ແຕ່ຢ່າງໃດ.

ນອກຈາກນັ້ນ ກໍມີເຣື່ອງຣາວ ຕ່າງໆ ຫລາຍໆຢ່າງ ທີ່ຊາວມົ້ງ ລາວ-ອະເມຣິກັນ ຄົນອື່ນໆ ໄດ້ຮຽນຮູ້ ແລະ ຂີດຂຽນຂຶ້ນມາ ເພື່ອສົ່ງເສີມ ໃຫ້ຊາວມົ້ງ ທີ່ເກີດແລະໃຫຍ່ ຢູ່ໃນ ສະຫະຣັຖ ໄດ້ຮຽນຮູ້ ເຖີງທີ່ມາ ຂອງພໍ່ແມ່ ແລະ ມີກາຣຂຍາຍ ເຜີຽແຜ່ໄປໃນ ຫລາຍຕົວເມືອງ ທີ່ມີ ຊາວມົ້ງ ອາສັຍຢູ່ ເປັນສ່ວນໃຫຍ່ ນັ້ນ ໂດຽສະເພາະ ໃນຣັຖ California, Minnesota ແລະ ຣັຖ Wisconsin ແລະ ໃນຫລາຍໆຣັຖ.