ຢາເສພຕິດໃນ ຂ.ຫຼວງນ້ຳທາ

ການຄ້າ ຢາເສພຕິດ ໂດຍສະເພາະ ຝິ່ນ ແລະ ຢາບ້າ ຢູ່ແຂວງ ຫລວງນ້ຳທາ ເພິ້ມຂື້ນ ເຖິງວ່າ ເຈົ້າໜ້າທີ່ ຈະປາບປາມ ປານໃດ ກໍຕາມ.

0:00 / 0:00

ກົດຟັງສຽງ

ກ່ຽວກັບ ການຄ້າຝິ່ນ ພວກຄ້າ ຢາເສພຕິດ ມັກລັກ ຂາຍຝິ່ນ ສ່ວນນຶ່ງ ພາຍໃນແຂວງ ຫລື ພາຍໃນ ປະເທດ ອີກສ່ວນນຶ່ງ ຂາຍອອກ ພະມ້າ ແລະ ຈີນ. ເຈົ້າໜ້າທີ່ ກ່ຽວຂ້ອງ ໃນແຂວງ ຫລວງນ້ຳທາ ທ່ານນຶ່ງ ໄດ້ເວົ້າວ່າ:

“ບາງເທື່ອ ເຂົາກໍຂາຍຢູ່ ໃນທ້ອງຖິ່ນ ບາງເທື່ອ ເຂົາກໍເອົາ ອອກໄປຕ່າງ ປະເທດເນາະ ເພາະວ່າ ຊາຍແດນ ຕິດກັນກັບ ພະມ້າ ກັບຈີນເນາະ ເຂົາຈະເອົາ ຂ້າມໄປ ທາງນັ້ນ ຂາຍທາງນັ້ນ ສ່ວນນຶ່ງເຂົາ ກໍຂາຍ ຈຳນວນນຶ່ງ ກໍໃຊ້ພາຍ ໃນ ທ້ອງຖິ່ນ.”

ເຈົ້າໜ້າທີ່ ທ່ານນີ້ ເວົ້າອີກວ່າ ສ່ວນການ ຂາຍຢາບ້າ ພວກຄ້າ ຢາເສບຕິດ ມັກລັກເຂົ້າມາໃນ ແຂວງຫລວງນ້ຳທາ ຈາກພະມ້າ ແລ້ວຂົນລົງໄປ ຕາມລຳ ແມ່ນ້ຳຂອງ ແລະ ສົ່ງອອກໄປ ປະເທດໄທ. ການຄ້າ ຢາເສບຕິດ ປະເພດ ທັງສອງຢ່າງນີ້ ມີຫລາຍຢູ່ ເຂດເມືອງລອງ ທີ່ມີຊາຍແດນ ຕິດກັບ ພະມ້າ ແລະທີ່ເມືອງສິງ ທີ່ມີຊາຍແດນ ຕິດກັບຈີນ ໃນສອງເມືອງນີ້ ແຕ່ລະບ້ານ ກໍມີໜ່ວຍ ປ້ອງກັນ ຄວາມສງົບ ຫລື ປໍກໍສໍຢູ່ ແລະ ໄດ້ພຍາຍາມ ປາບປາມ ການຄ້າ ຢາເສບຕິດ ຢູ່ຕລອດ ແຕ່ກໍບໍ່ໄຫວ ເພາະຍັງຂາດເຂີນ ກຳລັງຄົນ ແລະ ກຳລັງຊັພ.

ຣັຖບານ ສປປລາວ ປະກາດ ລົບລ້າງ ການປູກຝິ່ນ ຢູ່ລາວ ຢ່າງຊິ້ນເຊີງ ເມື່ອປີ 2006 ແຕ່ໃນຣະຍະ ສອງສາມປີ ທີ່ຜ່ານມາ ການປູກຝິ່ນ ຢູ່ລາວ ເພິ້ມຂື້ນ ໂດຍສະເພາະ ເມື່ອປີກາຍ ຫ້ອງການ ອາຊຍາກັມ ແລະ ຢາເສບຕິດ ສະຫະ ປະຊາຊາດ ຣາຍງານວ່າ ພື້ນທີ່ ປູກຝິ່ນ ຢູ່ລາວ ເມື່ອປີກາຍ ເພິ້ມຂື້ນເປັນ 4,000 ເຮັກຕາຣ໌ ເພິ້ມຂື້ນກວ່າ ສາມເທົ່າ ເມື່ອທຽບໃສ່ ປີກ່ອນ. ເວົ້າສະເພາະ ຢູ່ແຂວງ ຫລວງນ້ຳທາ ເພິ້ມຂື້ນເປັນ 300 ເຮັກຕາຣ໌. ຄົນລາວ ປູກຝິ່ນຄືນ ຍ້ອນຣາຄາ ຝິ່ນ ແພງຂື້ນ ແລະ ການປູກພືດ ຢ່າງອື່ນ ບໍ່ໄດ້ຜົນ.