ກຸ່ມຄົນງານລາວເຄື່ອນທີ່ ສ່ວນໃຫຍ່ແມ່ນເດັກນ້ອຍ

ກຸ່ມຄົນງານ ລາວ ເຄື່ອນທີ່ ກັບຈາກປະເທດ ເພື່ອນບ້ານ ສ່ວນໃຫຍ່ ແມ່ນເດັກນ້ອຍ ຜູ້ຍິງ ທີ່ມີອາຍຸ ບໍ່ເຖິງ 18 ປີ ກວມເອົາ 99.5 ສ່ວນຮ້ອຍ.
ມະນີຈັນ
2011.01.31

ກົດຟັງສຽງ

ການສໍາຣວດ ຈໍານວນ ຄົນງານລາວ ເຄື່ອນທີ່ ທີ່ຖືກສົ່ງ ມາກວດ ສຸຂພາບຢູ່ໂຮງໝໍ ເຫັນວ່າ ກຸ່ມຄົນງານ ສ່ວນໃຫຍ່ ແມ່ນເດັກນ້ອຍ ຜູ້ຍິງ ທີ່ມີອາຍຸ ບໍ່ເຖິງ 18 ປີ ກວມເອົາ 99.5 ສ່ວນຮ້ອຍ ໃນຈໍານວນ ຂອງຄົນງານ ທັງໝົດ. ຕາມການຣາຍງານ  ຂອງໂຮງໝໍ ແມ່ແລະເດັກ ກະຊວງ ສາທາຣະນະສຸກ, ຊຶ່ງຜູ້ຮັບຜິດຊອບ ການບໍຣິການ ກວດກາສຸຂພາບ, ກວດກາພຍາດ ຕິດຕໍ່ ທາງເພດສໍາພັນ ແລະ ໂຣກເອສ ສໍາລັບຄົນງານ ເຄື່ອນທີ່ ທີ່ຖືກສົ່ງກັບ ຄືນປະເທດ ເປັນຜູ້ເປີດເຜີຍ.

ດຣ. ຄໍາໃສ ຈັນທະວີສຸກ ຜູ້ຮັບຜິດຊອບ ໂຄງການດັ່ງກ່າວ ເວົ້າວ່າ ບັນຫາແຮງງານ ເຄື່ອນທີ່ ເປັນບັນຫາສໍາຄັນ ທີ່ອົງການກ່ຽວຂ້ອງ ຈະຕ້ອງໄດ້ ເອົາໃຈໃສ່ ເບິ່ງຄືນ ເນື່ອງຈາກວ່າ ໃນກຸ່ມຄົນງານເຄື່ອນທີ່ ສ່ວນໃຫຍ່ແມ່ນ ເຍົາວະຊົນ ຂອງຊາດ ຊຶ່ງຕົວເລກທີ່ພົບ ເປັນໜ້າຕົກ ໃຈຫລາຍ ຄືເປັນເດັກນ້ອຍ ທີ່ມີອາຍຸ 18 ປີລົງມາຮອດ 8 ປີ. ມີເດັກນ້ອຍ ອາຍຸແຕ່ 8 ປີຫາ 12 ປີ 26 ເປີເຊັນ, ແຕ່ 13 ປີຫາ 16 ປີ 31 ເປີເຊັນ, ແຕ່ 16 ປີ ຫາ 18 ປີ 42 ເປີເຊັນ; ສ່ວນວ່າ ຄົນງານທີ່ມີ ອາຍຸ 18 ປີ ຂຶ້ນໄປ ມີພຽງ 1 ເປີເຊັນ ເທົ່ານັ້ນ.

ທ່ານວ່າ ສາເຫດທີ່ພາໃຫ້ ເປັນໄປຄືແນວນັ້ນ ສ່ວນໃຫຍ່ ແມ່ນເກີດຈາກ ການບໍ່ໄດ້ ສຶກສາຮໍ່າຮຽນ. ໃນຈໍານວນ ຄົນງານ ທັງໝົດ ທີ່ວ່ານັ້ນ 63 ເປີເຊັນ ຮຽນບໍ່ຈົບ ຊັ້ນປະຖົມ ແລະ 4 ເປີເຊັນ ບໍ່ໄດ້ຮຽນ ໜັງສື ຍ້ອນວ່າພວກເຂົາເຈົ້າ ທຸກຍາກຂາດເຂີນ ແລະມີທັງ ຖືກຕົວະຍົວະ ຫລອກລວງ ຈາກພວກຄ້າມະນຸດ ຕື່ມອີກ.

ດັ່ງນັ້ນ ຫລາຍຄົນຈຶ່ງ ເຫັນວ່າ ທາງການລາວ ຄວນເອົາໃຈໃສ່ ແກ້ໄຂບັນຫາ ທີ່ແກ່ຍາວ ມາດົນນານ ແລ້ວນັ້ນ ໃຫ້ຫລຸດຜ່ອນລົງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.