ກົດຟັງສຽງ
ເຈົ້າໜ້າທີ່ ຝ່າຍປົກຄອງ ແຂວງ ຄໍາມວ່ນ ບອກວ່າ:
"ເຮົາກໍໄດ້ ແຈ້ງການ ໃຫ້ແຕ່ລະ ເມືອງ ແຫລະເນາະ ກະຕຽມ ຄນະຮັບ ຜິດຊອບ ລົງຕິດຕາມ ລົງຊຸກຍູ້ ປະຊາຊົນ ໃນແຕ່ ລະເຂດ ທີ່ວ່າມີ ຄວາມສ່ຽງ. ພາຍຸ ຜ່ານມານີ້ ມັນໜັກ ພາຍຸນົກເຕັນ ເນາະ ມັນເຮັດໃຫ້ ນໍ້າຖ້ວມ ເນື້ອທີ່ນາ ເຮົາຫລາຍ ພໍສົມຄວນ".
ເຈົ້າໜ້າທີ່ ແຈ້ງວ່າ ຜ່ານມາ ແຂວງຄໍາມ່ວນ ໄດ້ຮັບຜົນ ກະທົບ ຈາກພາຍຸ ສອງສາມ ງວດມາແລ້ວ ບ້ານເຮືອນ ປະຊາຊົນ ຮວມທັງ ພື້ນທີ່ ປູກເຂົ້າ ຫລາຍກ່ວາ 60% ຖືກເສັຽຫາຍ. ສໍາລັບພາຍຸ ນານເກ ທີ່ຄາດວ່າ ຈະພັດ ເຂົ້າມາ ໃນລາວ ພາຍໃນ ມື້ອື່ນ ມື້ຮືນີ້.
ທາງການ ແຂວງວ່າ ໄດ້ເພິ້ມ ມາຕການ ຫລາຍຢ່າງ ເຊັ່ນວ່າ ປ່າວເຕືອນ ປະຊາຊົນ ໃຫ້ໂຍກຍ້າຍ ໄປຢູ່ ໃນພື້ນທີ່ ສູງ, ຈັດຕັ້ງຫນ່ວຍ ສະເພາະກິຈ ຂື້ນ ເພື່ອຄວບຄຸມ ສະຖານະການ ແລະ ຊ່ວຍເຫລື ປະຊາຊົນ ທີ່ໄດ້ຮັບ ຜົນກະທົບ. ໃນຂນະດຽວກັນ ເຈົ້າໜ້າທີ່ ຫ້ອງການ ປົກຄອງ ແຂວງ ບໍຣິຄໍາໄຊ ກໍວ່າ:
"ຝົນຕົກແຮງ ແລ້ວ ນໍ້າໄຫລ ບໍ່ທັນ ສໍາລັບ ເມືອງພວກເຮົາ ກໍມີຖ້ວມ ຖ້ວມຢູ່ ຖ້ວມຫລາຍ ພໍສົມຄວນເດ ພື້ນທີ່ ໄຮ່ນາ ສວນ. ສ່ວນພາຍຸ ນາລແກ ສີ່ເຂົ້າມານີ້ ມີແຕ່ພວກເຮົາ ໄດ້ແຈ້ງໄປ ຫາທາງບ້ານ ທີ່ອາດຈະ ມີຄວາມສ່ຽງ ສີ່ຖ້ວມ ມີແມ່ນໍ້າ ລະວັງໄພ ໃຫ້ຊັບສິນ ຂອງເຂົາເຈົ້າ".
ລາຍງານ ລ້າສຸດວ່າ ພາຍຸ ລະດູຮ້ອນ ນາລແກ ຢູ່ຫ່າງຈາກ ຝັ່ງທະເລ ວຽດນາມ ປະມານ 100 ກິໂລແມັດ ແລະ ກໍາລັງ ເຄື່ອນຍ້າຍ ເຂົ້າມາຝັ່ງ ຄາດວ່າ ຈະພັດ ເຂົ້າມາ ໃນດິນແດນ ຂອງລາວ ພາຍໃນ ວັນທີ 6 ຕຸລານີ້ ແລະ ຈະອ່ອນ ແຮງລົງ ກາຍເປັນ ຄວາມກົດດັນຕໍ່າ ເກີດຝົນ ຕົກໜັກ ແລະ ນໍ້າຖ້ວມ ແບບ ກະທັນຫັນ.