ຄວາມແໜ້ນແຟ້ນ ການຄ້າລາວຈີນ

ຄວາມສໍາພັນ ທາງການຄ້າ ລາວ ຈີນ ໄດ້ພັທນາ ແລະ ຂຍາຍໂຕ ສູ່ລະດັບ ສູງ ຢ່າງ ວ່ອງໄວ.
ໂພໄຊສວັດ
2011.05.26
F-china-train ຕົວຢ່າງຣົດໄຟ ຄວາມໄວສູງ ຈາກບໍ່ເຕັນຫາ ວຽງຈັນ
Laos travel-guide

ກົດຟັງສຽງ

ຄວາມສໍາພັນ ທາງການຄ້າ ລະຫວ່າງ ລາວກັບຈີນ ໄດ້ພັທນາ ແລະ ຂຍາຍໂຕ ສູ່ລະດັບ ສູງຢ່າງ ວ່ອງໄວ, ເຮັດໃຫ້ ການສົ່ງ ອອກ ແລະ ນຳເຂົ້າ ສິນຄ້າ ຂອງສອງ ປະເທດ ມາຮອດ ປີ 2010 ມີ ມູນຄ່າ ຮອດ 1 ຕື້ ໂດລາ ສະຫະຣັຖ ແລ້ວ. ອີງຕາມ ລາຍງານ ຂ່າວຂອງ ໜັງສືພິມ ເສຖກິດ ສັງຄົມ ອອນລາຍ ຂອງລາວ.

ທ່ານ ບຸນມີ ມະນີວົງ ຫົວໜ້າ ຫ້ອງການ ກະຊວງ ກະສິກັມ ແລະ ການຄ້າ ໄດ້ເວົ້າ ໃນກອງ ປະຊຸມ ສົນທະນາ ກ່ຽວກັບ ນະໂຍບາຍ ການຄ້າ, ການລົງທຶນ ແລະ ການແນະນໍາ ໂຄງການ ລົງທຶນ ຢູ່ລາວ ທີ່ຈັດຂຶ້ນ ຢູ່ ນະຄອນ ຂຸນໝິງ ສປຈີນ ເມື່ອເດືອນ ເມສາ 2011 ນັ້ນວ່າ ຄວາມສໍາພັນ ທາງການຄ້າ ລະຫວ່າງ ລາວກັບຈີນ ໄດ້ບັນລຸ ເຖິງ ລະດັບສູງ.

ທ່ານເວົ້າ ຕໍ່ໄປວ່າ ການສົ່ງອອກ ແລະ ນຳເຂົ້າ ສິນຄ້າ ມີຄວາມສະດວກ ຍ້ອນສິ່ງ ກີດຂວາງ ຫລາຍຢ່າງ ໄດ້ຖືກ ຍົກເລີກ ຫລື ຕັດອອກ, ຈົນເຮັດໃຫ້ ມູນຄ່າ ໃນການຄ້າ ຮ່ວມກັນ ພາຍໃນ ປີ 2010 ບັນລຸ ຮອດ 1,044 ລ້ານ ໂດລາ ສະຫະຣັຖ. ທຽບໃສ່ ປີ 2001 ມີພຽງແຕ່ 62 ລ້ານ, ຊຶ່ງໃດ້ ເພີ້ມຂຶ້ນ 17 ເທົ່າໂຕ, ແຕ່ເມື່ອ ທຽບປີ 2010 ໃສ່ 2009 ເພີ້ມຂຶ້ນ 51.7 ສ່ວນຮ້ອຍ. ໃນຈຳນວນ ມູນຄ່າ ການຄ້າ ລະຫວ່າງ ກັນນີ້ ນັ້ນ ລາວສົ່ງໄປ ຈີນ 482 ລ້ານ, ສ່ວນຈີນ ສົ່ງມາ ລາວ 562 ລ້ານ.

ເຖິງຢ່າງໃດ ກໍຕາມ ໂດຍຮວມ ແລ້ວ ການຊື້ຂາຍ ສິນຄ້າ ຂອງນັກ ທຸຣະກິດ ແລະ ປະຊາຊົນ ສອງ ປະເທດ ສ່ວນໃຫຍ່ ຍັງເປັນ ການຄ້າ ຈຳກັດ ຢູ່ຕາມ ເຂດຊາຍແດນ ແລະ ການພົວພັນ ທາງ ເສຖກິດ ການຄ້າ ກໍຍັງ ບໍ່ທັນໃຊ້ ໄດ້ໝົດ ຕາມກໍາລັງ ຫລື ຄວາມສາມາດ ເທື່ອ ໂດຍສະເພາະ ສິດພິເສດ ທີ່ຈີນ ໄດ້ມອບໃຫ້ ສິນຄ້າ ລາວ ຮອດ 329 ລາຍການ.

ທ່ານ ບຸນມີ ມະນີວົງ ກໍໄດ້ ສເນີ ໃຫ້ຝ່າຍຈີນ ພິຈາຣະນາ ຕື່ມສິນຄ້າ ທີ່ທາງ ລາວ ສາມາດ ຜລິດໄດ້ ໃນບັນຊີ ການຄ້າຂາຍ ອີກເຊັ່ນ ສາລີ, ເຂົ້າ, ຂີ້ຄັ່ງ, ຢາງພາລາ ແລະອື່ນໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.