ຜູ້ນໍາລາວຈະພັທນາ ປະເທດສູ່ຄອມມູນິສ

ພັກປະຊາຊົນ ປະຕິວັຕລາວ ວ່າ ຈະສ້າງສາ ພັທນາ ສປປລາວ ໃຫ້ກ້າວສູ່ ສັງຄົມນິຍົມ.

0:00 / 0:00

ກົດຟັງສຽງ

ທ່ານ ສົມສວາດ ເລັ່ງສວັດ ກັມມະການ ກົມການເມືອງ ສູນກາງພັກ ປະຊາຊົນ ປະຕິວັດລາວ ສເນີແຜນການ ແລະ ນະໂຍບາຍຂອງພັກ ໃນຣະຍະຫ້າປີ ຂ້າງໜ້າວ່າ:

“ເວົ້າລວມແລ້ວ ແຜນພັທນາ ເສຖກິດສັງຄົມ ແຫ່ງຊາດຄັ້ງທີ 7 ເປັນແຜນຜັງຂຍາຍ ມັຕຕິກອງປະຊຸມ ໃຫຍ່ຄັ້ງທີ່ 9 ຂອງພັກ ເພາະມັນເປັນແຜນ ສືບຕໍ່ມຸທະລຸ ເພື່ອສ້າງ ພື້ນຖານ ແລະເງື່ອນໄຂ ອັນຈໍາເປັນ ສໍາລັບການ ນໍາເອົາປະເທດເຮົາ ຫລຸດພົ້ນອອກຈາກ ສະຖານະພາບ ປະເທດດ້ອຍພັທນາ ໃນປີ 2020 ແລະ ສືບຕໍ່ກ້າວຂື້ນ ຢ່າງໜັກແໜ້ນ ສູ່ຈຸດໝາຍ ສັງຄົມນິຍົມ.”

ຊາວລາວ ຢູ່ນະຄອນຫລວງ ວຽງຈັນ ຫລາຍຄົນ ກໍຄິດວ່າ ການທີ່ ພັກປະຊາຊົນ ປະຕິວັດລາວ ຈະນຳພາ ປະເທດລາວ ກ້າວສູ່ສັງຄົມນິຍົມ ນັ້ນ ເປັນເຣື່ອງແນ່ນອນ ຢູ່ແລ້ວ ບາງຄົນຊ້ຳເວົ້າ ວ່າ ການກ້າວສູ່ ສັງຄົມນິຍົມນັ້ນ ຍິ່ງດີສຳລັບ ປະຊາຊົນ ແລະ ປະເທດຊາດ. ດັ່ງຊາວລາວຜູ້ນ່ຶງ ຢູ່ນະຄອນຫລວງ ວຽງຈັນ ເວົ້າວ່າ:

"ອ໋າ... ນ້ອງກະຄຶດວ່າ ໜ້າຈະເປັນ ສີ່ງທີ່ດີເນາະ ເພາະວ່າການພັທນາ ປະເທດຊາດ ຄູ່ມື້ນີ້ກະ ປະເທດຂອງໃຜ ກະຢາກໃຫ້ຈະເຣີນ ກ້າວໜ້ານໍ໋ ທຽບຣະດັບ ສາກົນ ທຽບກັບ ສັງຄົມນິຍົມ ແບບຊີ້ນ່າ".

ແຕ່ໃນຣະຍະ ສິບກວ່າປີທີ່ ຜ່ານມາ ຄນະຜູ້ນຳພັກ ແລະ ຣັຖບານສປປລາວ ບໍ່ຄ່ອຍເວົ້າເຖິງ ການປະຕິວັດ ກ້າວສູ່ ສັງຄົມນິຍົມ ເລື້ອຍປານໃດ ແລະ ຊາວລາວຫລາຍຄົນ ກໍເຊື່ອວ່າ ປັດຈຸບັນ ສປປລາວ ບໍ່ແມ່ນປະເທດ ສັງຄົມນິຍົມ ແລະ ຄອມມຸຍນິສ ແລ້ວ.

ໃນສມັຍຫລັງຈາກ ຍຶດອຳນາດໃໝ່ໆ ຄນະຜູ້ນຳພັກ ປະຊາຊົນ ປະຕິວັດລາວ ປະກາດຢູ່ສເມີວ່າ ພັກຈັດຕັ້ງນຳພາ ປະຊາຊົນ ເຮັດການປະຕິວັດ ກ້າວສູ່ສັງຄົມນິຍົມ ໃນທຸກດ້ານ ທັງທາງດ້ານການເມືອງ ແລະ ເສຖກິດ. ແຕ່ເມື່ອຕົກມາປີ 1986 ທາງພັກໄດ້ປ່ຽນແປງ ທິດທາງໃໝ່ ປະກາດໃຊ້ ຈິນຕະນາການໃໝ່ ປະຕິຮູບ ຣະບົບ ເສຖກິດ ຈາກຣະບົບ ສັງຄົມນິຍົມ ໃຫ້ເປັນຣະບົບ ການຕລາດ. ຫລັງຈາກນັ້ນ ສປປລາວ ກໍໄດ້ເຂົ້າເປັນ ສະມາຊິກອາຊ໊ຽນ ແລະ ກໍເປີດກວ້າງ ຕໍ່ໂລກພາຍນອກ ຫລາຍຂື້ນ.