ກົດຟັງສຽງ
ແຂວງ ຈໍາປາສັກ ເຂດພາກໃຕ້ ສຸດ ຂອງລໍາ ແມ່ນໍ້າຂອງ ໃນລາວ ອາດຈະ ບໍ່ໄດ້ຮັບ ຄວາມນິຍົມ ຊົມຊອບສູງ ເທົ່າກັບ ເຂດພາກເໜືອ ຂອງປະເທດ ແຕ່ ແຂວງ ຈໍາປາສັກ ກໍມີ ສະຖານທີ່ ທາງ ປວັດສາດ ຫລາຍໆແຫ່ງ ຮວມທັງ ສະຖານທີ່ ທັມມະຊາດ ທີ່ ສວຍສົດ ງົດງາມ, ນໍ້າຕົກຕາດ ທີ່ໃຫຍ່ ທີ່ສຸດ ຂອງ ເອເຊັຍ ຕາເວັນອອກ ສ່ຽງໃຕ້. ດອນໂຂງ ມີວັດວາ ອາຣາມ ແລະ ພືດພັນຂຽວ ແບບ ທັມມະຊາດ.
ລາຍການ ທ່ອງທ່ຽວ ດອນໂຂງ ເລີ້ມແຕ່ ຕອນເຊົ້າໆ ໂດຍໄປ ຢ້ຽມຢາມ ເຂດໂບຮານ ສະຖານ ອູ້ມເມືອງ ຂະແມ ກ່ອນ ແລ້ວຈຶ່ງ ນັ່ງເຮືອ ຂ້າມ ແມ່ນໍ້າຂອງ ໄປດອນໂຂງ. ຫລັງຈາກ ທ່ຽວຊົມ ພື້ນທີ່ ພາຍໃນ ດອນໂຂງ ແລ້ວ ກໍໄປກິນ ອາຫານ ທ່ຽງ ຢູ່ ຮ້ານອາຫານ ທ້ອງຖິ່ນ ແລ້ວ ກໍເດີນທາງ ຕໍ່ໄປ ຍ່າງເລາະເບິ່ງ ເສັ້ນທາງ ຣົຖໄຟ ປວັດສາດ ເກົ່າແກ່ ທີ່ຝຣັ່ງເສດ ໄດ້ສ້າງໄວ້ ແຕ່ປີ 1897. ຫລັງຈາກນັ້ນ ກໍໄປ ທ່ຽວເບິ່ງ ນໍ້າຕົກຕາດ ສໍາພາມິດ ພາຍໃນ ດອນໂຂງ.
ນີ້ຄື ລາຍການ ທ່ອງທ່ຽວ ດອນໂຂງ ຊຶ່ງ ບໍຣິສັດ Luxury ທ່ອງທ່ຽວ ຈໍາກັດ ຊຶ່ງເປັນ ບໍຣິສັດ ທ່ອງທ່ຽວ ວຽດນາມ ຜູ້ທໍາອິດ ທີ່ໃຫ້ ບໍຣິການ ໃນ 5 ປະເທດ ເອເຊັຍ ຕາເວັນອອກ ສ່ຽງໃຕ້ ໄດ້ຈັດຂຶ້ນ. ລາຍການ ທ່ອງທ່ຽວ 5 ມື້ ຂອງ ບໍຣິສັດ Luxury ທ່ອງທ່ຽວ ຈໍາກັດ ຈະນໍາທ່ານ ໄປສໍາພັດ ກັບຄວາມ ສວຍສົດ ງົດງາມ ແບບ ທັມມະຊາດ ຂອງພາກໃຕ້ ຂອງລາວ. ລາຍການ ເດີນທາງ ຂອງການ ທ່ອງທ່ຽວນີ້ ຈະຮວມທັງ ຕາດໂລ, ພູພຽງ ບໍລິເວນ, ດອນໂຂງ, ເປັນນໍ້າຕົກຕາດ ຄອນພະເພັງ ແລະ ເມືອງ ມໍຣະດົກໂລກ ວັດພູ ຈໍາປາສັກ.
ແຂວງ ຈໍາປາສັກ ເປັນສົມບັດ ອັນລໍ້າຄ່າ ທາງ ໂບຮານສະຖານ, ມີພື້ນທີ່ ອັນນ້ອຍໆ ແຕ່ມີຄວາມ ຫລາກຫລາຍ ສໍາລັບ ການທ່ຽວຊົມ. ມີເຮືອນໄມ້ ແບບລາວໆ, ມີເຮືອນສມັຍ ຫົວເມືອງຂຶ້ນ, ມີຮ້ານຄ້າ ລາວ-ຈີນ ແລະ ມີເຮືອນແບບ ສມັຍໃໝ່ ປົນກັນໄປ. ຊິ່ງທີ່ໜ້າ ແປກໃຈ ກໍແມ່ນ ມີໂບດ ສາສນາ ກາໂຕລິກ ທີ່ປະຈັກ ໃຫ້ເຫັນ. ສີ່ງທີ່ໜ້າ ສົນໃຈ ກໍຄື ຍັງມີ ນັກທ່ອງທ່ຽວ ຈໍານວນ ໜ້ອຍ ທີ່ໄດ້ມາ ສໍາພັດ.