ຈີນ-ວຽດນາມຍາດແຍ່ງ ຊາວລາວຄ້າຂາຍ

ພໍ່ຄ້າ ແມ່ຄ້າລາວ ຄ້າຂາຍ ລໍາບາກ ຕາມຕລາດ ຫລັງຈາກ ຊາວຈີນ ແລະ ຊາວວຽດນາມ ລັ່ງໄຫຼ ເຂົ້າມາ ພ້ອມກັບ ສິນຄ້າ ຣາຄາຖືກ ທັງມີພວກ ຄົນງານ ຊອກຮັບຈ້າງ ຄ່າແຮງງານ ຕໍ່າ.
ສົມເນ
2011.12.27
F-morning-market2 ຫ້າງສັພສິນຄ້າ ໃນຕລາດເຊົ້າວຽງຈັນ
Fr-Soi-DB

ກົດຟັງສຽງ

ໃນທຸກມື້ນີ້ ມີພວກຄ້າຂາຍ ຈີນ ແລະ ວຽດນາມ ພາກັນ ເຂົ້າມາຂາຍ ເຄື່ອງ ຢູ່ຕາມຕລາດ ນະຄອນຫຼວງ ວຽງຈັນ ຫຼາຍຂື້ນນັບມື້ ເຮັດໃຫ້ ຊາວລາວ ຄ້າຂາຍລໍາບາກ ເພາະສູ້ກັບ ເຄື່ອງສິນຄ້າ ຣາຄາຖືກ ບໍ່ໄດ້ ຕາມ ຄໍາເວົ້າຂອງ ແມ່ຄ້າ ຄົນນື່ງ:

"ກໍຫລາຍຢູ່ ກໍກະທົບ ສ່ວນຫລາຍ ກໍເປັນຄ່າ ເຄື່ອງຂາຍ ຄ່າຄອງຊີພ ອີ່ຫຍັງ ປະມານນີ້ ມັນແພງຂື້ນ ເຮັດໃຫ້ ເງິນເຟີ້ ແບບມັນ ກໍເອົາເຂົ້າ ເຄື່ອງສິນຄ້າ ມັນເຂົ້າມາ".

ນາງເລົ່າ ໃຫ້ຟັງວ່າ ຊາວຈີນ ຊາວວຽດນາມ ນໍາເອົາເຄື່ອງ ຣາຄາຖືກ ເຂົ້າມາຂາຍ ໃນຕລາດລາວ ແຕ່ພໍ່ຄ້າ ແມ່ຄ້າລາວ ຂາຍເຄື່ອງຂອງ ທີ່ນໍາເຂົ້າ ຈາກຝັ່ງໄທ ທີ່ມີຣາຄາ ສູງກວ່າ ກໍເລີຽພາກັນ ຂາດທືນ ແລະ ຄ່າເຊົ່າຮ້ານ ກໍແພງຂື້ນ ຍ້ອນພວກ ພໍ່ຄ້າແມ່ຄ້າ ຈີນ ແລະ ວຽດນາມ ລັ່ງໄຫລ ເຂົ້າມາເຮັດໃຫ້ ຄ່າເຊົ່າຮ້ານ ແພງຂື້ນ ຄ່າເຊົ່າເຮືອນ ໃນວຽງຈັນ ກໍສູງຂື້ນ.

ປາກົດການ ແບບນີ້ ບໍ່ໄດ້ເກີດ ຢູ່ສະເພາະ ນະຄອນຫຼວງ ວຽງຈັນ ເທົ່ານັ້ນ ແຕ່ເກີດຢູ່ ທຸກໆແຂວງ ຂອງລາວ ນອກຈາກ ສິນຄ້າ ຣາຄາຖືກແລ້ວ ກໍຍັງມີ ແຮງງານ ຣາຄາຖືກ ຂອງວຽດນາມ ອີກເຊັ່ນ ໃນແຂວງ ຄໍາມ່ວນ ມີຄົນງານ ວຽດນາມ ທີ່ຜິດກົດໝາຍ ເຂົ້າມາຫາເຮັດ ວຽກງານ ກໍ່ສ້າງ ຕາມທີ່ ຊາວຄໍາມ່ວນ ເວົ້າວ່າ:

"ຄົນວຽດ ຈະຫລາຍ ກໍມີ ເຊັ່ນວ່າ ວຽກງານ ຈໍາພວກກໍ່ສ້າງ ທັມມະດາ ວຽກໂຕນີ້ ຈະເປັນ ຄົນລາວໄດ້ ຄົນວຽດ ເປັນຄົນ ໄດ້ເງິນ ທັມມະດາ ຄົນລາວ ເປັນຄົນໄດ້ ເພາະເຂົາເຈົ້າມາ ເຂົາກໍບໍ່ໄດ້ ມາບອກເຮົາວ່າ ຂ້ອຍຈະມາຫາ ເຮັດວຽກ ອັນນີ້ເດິ້".

ການທໍາມາ ຫາກິນ ຂອງຄົນລາວ ນັບມື້ໄດ້ຮັບ ຄວາມຫຍຸ້ງຍາກ ເຖິງແມ່ນວ່າ ຣັຖບານ ຈະພັທນາ ປະເທດ ຫຼາຍປານໃດ ກໍຕາມ ຍ້ອນພວກຄ້າຂາຍ ແລະ ແຮງງານ ທີ່ຜິດ ກົດໝາຍ ບໍ່ມີ ອະນຸຍາດ ຈາກຈີນ ແລະ ວຽດນາມ ໄດ້ລັ່ງໄຫຼ ເຂົ້າມາ ໃນລາວ ຫລາຍຂື້ນ ນໍາທຸກມື້ ຊື່ງປັກຫລັກ ຕັ້ງຖິ່ນຖານ ຢູ່ ໃນລາວເລີຽ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Dec 27, 2011 12:49 PM

... ນີ້ແມ່ນແຜນການດັບມອດເຊື້ອເຜົ້າພັນລາວຂອງຊາວຕ່າງຊາດ
ເພາະຜູ້ກຳອຳນາດໃນລາວເປັນພຽງເກີບແຕະໃຫ້ເຂົາຢຽບແລະ
ພວກຂາຍຊາດເນຣະຄຸນແຜ່ນດິນເກີດຂອງຕົນເອງ.