ທ່ານມູນຮຽກຮ້ອງເຖິງ ພາກອຸດສາຫະກັມ

ທ່ານ ມູນ ຣຽກຮ້ອງ ໃຫ້ພາກ ອຸດສາຫະກັມ ມີບົດບາດ ເຕັມສ່ວນໃນການ ຕ້ານພຍາດ ທີ່ບໍ່ຕິດຕໍ່.
ໂພໄຊສວັດ
2011.01.28

ກົດຟັງສຽງ

ຍ້ອນວ່າພຍາດ ທີ່ບໍ່ຕິດຕໍ່ ເຊັ່ນໂຣກມະເຮັງ, ໂຣກຫົວໃຈວາຍ ແລະ ໂຣກຫົວໃຈ ເຮັດໃຫ້ມີຜູ້ເສັຍ ຊີວິດ 60 ສ່ວນຮ້ອຍ ຂອງຈຳນວນ ການຕາຍທັງໝົດ, ເລຂາທິການ ສະຫະປະຊາຊາດ ທ່ານບານກີມູນ ໄດ້ອອກມາຮຽກຮ້ອງ ໃຫ້ຜູ້ນຳ ທາງທຸຣະກິດ ຂອງໂລກ ຊ່ວຍກັນຕໍ່ຕ້ານ ຄວາມສ່ຽງ ທີ່ຈະເພີ້ມ ທະວີຂຶ້ນ ຫລາຍກວ່າເຄິ່ງ ໃນປະເທດທີ່ ກຳລັງພັທນາ ພາຍໃນປີ 2030 ນີ້.

ທ່ານບານ ກ່າວວ່າ “ພວກເຮົາ ບໍ່ຄວນປ່ອຍໃຫ້ ພຍາດທີ່ຊຳເຮື້ອ ເພີ້ມທະວີຂຶ້ນ ທ້າທາຍ ປະເທດທີ່ກຳລັງ ພັທນາ, ໂດຍສະເພາະເມື່ອ ພວກເຮົາຮູ້ ວິທີແກ້ໄຂ”.

ທ່ານບານກ່າວ ໃນກອງປະຊຸມ “ເວທີເສຖ ກິດໂລກ” ຢູ່ Davos Switzerland, ກ່ຽວກັບການຕໍ່ສູ້ ກັບພຍາດຕ່າງໆ, ທີ່ສັງຫານຜູ້ຄົນ 35 ລ້ານຄົນໃນແຕ່ລະປີ. ໃນຈຳນວນດັ່ງກ່າວ ເຄິ່ງນຶ່ງ ອາຍຸບໍ່ເຖິງ 70 ປີ.
ທ່ານກ່າວຕໍ່ໄປວ່າ “ແນ່ນອນທີ່ສຸດ ພວກເຮົາຢາກ ຮ່ວມມືໃກ້ຊິດກັບ ບໍລິສັດຜລິດຢາ ເພື່ອເຮັດໃຫ້ຢາ ມີຣາຄາຖືກລົງ ແລະ ໃຫ້ສາມາດ ຊອກຫາໄດ້ງ່າຍ. ແຕ່ພວກເຮົາ ກໍຢາກຂໍໃຫ້ ບໍລິສັດ ຜລິດອາຫານ ໃຫ້ຫລຸດ ປະຣິມານເກືອ, ໄຂມັນ ແລະນ້ຳຕານລົງ, ແລະ ໃຫ້ມີຄວາມ ຮັບຜິດຊອບ ຫລາຍຂຶ້ນ ໃນການສເນີຂາຍ ສິນຄ້າ ໃຫ້ເດັກນ້ອຍ, ໃຫ້ພຍາຍາມເປີດເຜີຍ ຂໍ້ມູນກ່ຽວກັບ ອາຫານ ໃຫ້ກົງກັບຜລິຕພັນ. ນອກຈາກນັ້ນ ກໍຂໍໃຫ້ບໍລິສັດ ຊ່ວຍຫລຸດມົລພິດ ແລະ ສົ່ງເສີມ ອາຫານການກິນ ທີ່ດີຕໍ່ ສຸຂພາບ.

ທ່ານບານກ່າວວ່າ ສມັດຊາ ສະຫະປະຊາຊາດ ຈະຈັດກອງປະຊຸມ ລະດັບສູງ ເພື່ອປ້ອງກັນ ແລະຄວບຄຸມ ພຍາດທີ່ບໍ່ຕິດຕໍ່ກັນ ໃນເດືອນ ກັນຍາ 2011 ຢູ່ ນະຄອນນິວຢ໋ອກ ສະຫະຣັຖ ອະເມຣິກາ, ຊຶ່ງຈະມີ ຜູ້ນຳຂອງ ປະເທດ ແລະ ຣັຖບານເຂົ້າຮ່ວມ, ແລະ ຄວາມສຳເຣັດ ຂອງກອງປະຊຸມ ຕ້ອງການຄວາມຮ່ວມມື ຂອງພາກຣັຖ ແລະ ເອກກະຊົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.