ນັກວິຊາການ ລາວ ດ້ານຣັຖສາຕ ທ່ານນື່ງ ເວົ້າວ່າ ການປະທ້ວງ ຈະບໍ່ສາມາດ ເກີດຂື້ນໄດ້ ໃນລາວ ຕາມທີ່ເປັນຂ່າວ ໃນເຄືອຂ່າຍ ອິນເຕີແນັດ ຕ່າງໆ ເຖິງແມ່ນວ່າ ສປປ ລາວ ຈະມີ ປະຊາທິປະຕັຍ ໃຫ້ແກ່ ປະຊາຊົນ ຕາມກົດຫມາຍ ບົ່ງບອກ ກໍຕາມ ແຕ່ສະພາບ ຄວາມເປັນຈີງແລ້ວ ປະຊາຊົນ ບໍ່ມີສິດປາກເວົ້າ ຊຸມນຸມ ປະທ້ວງ ແລະ ໂຄສະນາ ທາງດ້ານການເມືອງ ໃນລາວ. ທ່ານກ່າວ ໃນຕອນນື່ງວ່າ:
"ເຮົາຊີ່ໄປ ຮຽກຮ້ອງ ອັນໃດ ຕາມໃຈວ່າ 3 ຄົນ 4 ຄົນ ຫລືວ່າ 9 ຄົນ 10 ຄົນ ຖ້າຕ້ອງການ ຮຽກຮ້ອງສິດທິ ສ່ວນຕົວ ຂອງພວກຂ້ອຍ ແລະ ຂ້ອຍກໍໄປ ຮຽກຮ້ອງເອົາ ບາງທີ ມັນກໍບໍ່ສາມາດ ຈະໄປເຮັດ ແນວນັ້ນໄດ້ ຊີ່ໄປຂວງທາງ ປິດຖນົນ ອັນນີ້ຕ້ອງມີ ເຫດຜົລ ເຈົ້າເຮັດເພື່ອຄົນ ສ່ວນຫລາຍ ບໍ? ຫລືເຮັດສະເພາະ ກຸ່ມຄົນ ຂອງພວກເຈົ້າ ຄັນຊັ້ນ ມັນບໍ່ໄດ້ ຄຳວ່າ ປະຊາທິປະຕັຍ ມັນເວົ້າຮວມແລ້ວ ຢາກໃຫ້ເບີ່ງ ວ່າມີຂອບເຂດ ບໍ່ຕາມໃຈ ບຸກຄົນຫລືກຸ່ມຄົນ ເຮັດໄດ້ຕາມ ລຳພັງ".
ທ່ານກ່າວ ຕໍ່ໄປວ່າ ເຖິງແມ່ນວ່າ ທີ່ຜ່ານມາຈະມີ ການລົງຂ່າວ ວ່າມີການປະທ້ວງ ເກີດຂື້ນ ໃນເມືອງລາວ ແຕ່ໃນຄວາມ ເປັນຈິງແລ້ວ ບໍ່ແມ່ນການ ປະທ້ວງ ແຕ່ເປັນການ ຊຸມນຸ່ມກັນ ເພື່ອປຶກສາຫາລື ເນື່ອງຈາກ ໃນເມືອງລາວ ບໍ່ສາມາດ ປະທ້ວງ ຕາມລຳພັງໃຈໄດ້ ປະຊາຊົນ ສາມາດເຮັດໄດ້ ພຽງແຕ່ຮວມກຸ່ມ ປຶກສາຫາລື ໂອ້ລົມກັນ ກ່ຽວກັບ ບັນຫາທີ່ເກີດຂື້ນ ເທົ່ານັ້ນ. ທ່ານກ່າວ ເພີ້ມອີກວ່າ:
"ໂດຍທົ່ວໄປແລ້ວ ແນ່ນອນວ່າ ປະເທດ ໃດ ມັນກໍມີເປັນຂອງ ໂຕເອງ ຢາກຄົງ ໂຕຢູ່ໄດ້ ມັນຕ້ອງມີ ເຄື່ອງມື ມີອຳນາດຣັຖ ຖ້າຫາກວ່າມີ ບຸກຄົນ ຢາກເຄື່ອນໄຫວ ຕ້ານກັບ ນະໂຍບາຍ ຄິດວ່າບໍ່ມີ ປະເທດໃດ ຊີ່ຍອມ ບໍ່ຫມາຍຄວາມວ່າ ບຸກຄົນໆໃດ ຢາກຮຽກຮ້ອງ ແນວໃດກໍໄດ້".
ທ່ານກ່າວ ມ້ວນທ້າຍວ່າ ໂດຍສ່ວນໂຕແລ້ວ ເຊື່ອວ່າ ໃນລາວ ຍັງມີກຸ່ມບຸກຄົນ ທີ່ມີຄວາມຄິດ ແຕກຕ່າງກັບ ນະໂຍບາຍ ຂອງຣັຖບານ ເຫມືອນກັນ ແຕ່ບຸກຄົນ ກຸ່ມນັ້ນ ເຂົາສາມາດ ຫລີກລຽງ ຄວາມຂັດແຍ່ງ ກັບທາງການໄດ້.