ທ. ສົມບັດ ສົມພອນ ຫາຍໂຕໄປ

ທ່ານ ສົມບັດ ສົມພອນ ຜູ້ອໍານວຍການ ສູນອົບຮົມ ຮ່ວມພັທນາ ທີ່ ນະຄອນຫຼວງ ວຽງຈັນ ໄດ້ຫາຍໂຕໄປ ແບບບໍ່ມີ ຮ່ອງຮອຍ ໃນຕອນແລງ ຂອງ ວັນທີ 15 ທັນວາ 2012.

0:00 / 0:00

ຄອບຄົວ ຂອງທ່ານ ສົມບັດ ສົມພອນ ຜູ້ອໍານວຍການ ສູນອົບຮົມ ຮ່ວມພັທນາ ກ່າວຕໍ່ ວິທຍຸ ເຊັຍເສຣີ ໃນວັນທີ 18 ທັນວາ ນີ້ວ່າ ປັຈຈຸບັນ ຍັງຄົງ ພະຍາຍາມ ຊອກຫາ ທານ ສົມບົດ ສົມພອນ ຢູ່ ພາຍຫລັງ ທີ່ທ່ານ ຫາຍສາບສູນໄປ ໃນຕອນແລງ ວັນທີ 15 ເດືອນ ທັນວາ ຜ່ານມາ. ຍານາງ ຈັນທະລັງສີ ຫລານສາວ ຂອງທ່ານ ສົມບັດ ເວົ້າວ່າ:

“ເຣີ້ມແຕ່ 17:30 ຂອງວັນທີ 15 ແລ້ວ ເຮົາກໍຕິດຕໍ່ເພິ່ນ ບໍ່ໄດ້ເລີຍ ກໍຄື ພວກເຮົາ ກໍເດີນຕາມ ຂະບວນການ ຍຸຕິທັມ ຄື ເຂົ້າທາງຕົວ ກົດໝາຍ ຕົວອີຫຍັງ ຄື ຊອກຫາຄົນ ຫັ້ນແຫລະ ກໍໄດ້ໄປແຈ້ງ ເຈົ້າໜ້າທີ່ ຕໍາຣວດ ຢູ່ນະຄອນຫລວງ ເຮົາລົມກັນແລ້ວ ທັງລູກ ທັງພວກຫລານເອງ ແມ່ນບໍ່ມີແຫລະ ບໍ່ເຫັນວ່າ ເພິ່ນມີອີຫຍັງ ຂັດແຍ້ງກັບໃຜ.”

ທ່ານ ສົມບັດ ສົມພອນ ຜູ້ອໍານວຍການ ສູນອົບຮົມ ຮ່ວມພັທນາ ແລະ ຊຸມຊົນ, ຜູ້ທີ່ໄດ້ຮັບລາງວັນ ແມັກໄຊໄຊ, ແລະ ເປັນທີ່ຮັບຮູ້ ຂອງຄົນທົ່ວໄປ ໃນນາມ ນັກພັທນາ ທີ່ດີເດັ່ນ. ກ່ຽວກັບ ການຫາຍສາບສູນ ຂອງທ່ານ ນັ້ນ ຍານາງ ຈັນທະລັງສີ ກ່າວຕື່ມວ່າ ນາງໄດ້ຕິດຕໍ່ ກັບ ທ່ານສົມບັດ ຄັ້ງຫລ້າ ສຸດ ເມື່ອເວລາ 17 ໂມງ 30 ຂອງວັນທີ 15 ທັນວາ ທາງ ໂທຣະສັບ, ແລະຮູ້ວ່າ ທ່ານກໍາລັງ ຂັບຣົຖ ອອກຈາກຫ້ອງການ ທີ່ບ້ານນາຄໍາ, ເມືອງ ສີໂຄດຕະບອງ ເພື່ອກັບບ້ານພັກ ທີ່ບ້ານໂຄກນິນ, ເມືອງ ສີສັຕນາກ, ນະຄອນຫລວງ ວຽງຈັນ ລະຍະທາງ ປະມານ 7 ກິໂລແມັດ. ໃນຕອນທີ່ ທ່ານຫາຍສາບສູນນັ້ນ ທ່ານ ຂັບຣົຖຈິບ ສິງທະເລຊາຍ ຕາມເສັ້ນທາງ ແຄມຂອງ ອອກໃສ່ ເສັ້ນທາງ ທ່າເດື່ອ.

ໃນຂະນະດຽວກັນ ນັກຂ່າວ ວິທຍຸ ເອເຊັຍເສຣີ ກໍໄດ້ສອບຖາມ ຄວາມຄືບໜ້າ ຂອງເຫດການ ດັ່ງກ່າວ ໄປຍັງ ຫ້ອງການ ປ້ອງກັນ ຄວາມສງົບ ນະຄອນຫລວງ ວຽງຈັນ, ຊຶ່ງທ່ານ ພັນໂທ ຄໍາແພງ, ຫົວໜ້າ ຜແນກສືບສວນ ນະຄອນຫລວງ ວຽງຈັນ ກໍໄດ້ເປີດເຜີຍ ວ່າ ປັຈຈຸບັນ ໄດ້ຮັບ ເຣື້ອງແຈ້ງການ ໄວ້ແລ້ວ ແລະ ກໍາລັງ ດໍາເນີນການ ຄົ້ນຫາ ດັ່ງທ່ານ ກ່າວໃນຕອນນຶ່ງ ວ່າ:

“ດຽວນີ້ ເຈົ້າ ກໍາລັງ ສັນນະສູດຢູ່ ແລ້ວຈະເບິ່ງຂໍ້ມູນ ອີຫຍັງຕ່າງໆ ເພາະວ່າ ເພິ່ນຫາກະມາແຈ້ງ ວານນີ້ ເນາະ”

ຄອບຄົວ ຂອງທ່ານ ສົມບັດ ຍັງໄດ້ແຈ້ງ ຕື່ມວ່າ ຖ້າຫາກວ່າ ຜູ້ທີ່ພົບເຫັນ ຫລື ຮູ້ຂໍ້ມູນ ກ່ຽວກັບເຣື້ອງນີ້ ສາມາດ ຕິດຕໍ່ໄປ ຍັງຄອບຄົວ ຂອງທ່ານ ສົມບັດ ໂດຍກົງໄດ້ ທີ່ 020-5561-6651 ຫລື 020-2302-2091