ສະຫະຣັຖຊອກຊ່ອງທາງ ເຈຣະຈາກັບພະມ້າ

ສະຫະຣັຖ ຫລິງເຫັນ ຊ່ອງທາງ ໃນການ ເຈຣະຈາກັບ ພະມ້າ ພາຍລັງ ທີ່ຍານາງ ອັອງ ຊານ ຊູ ຈິ ຖືກປ່ອຍຕົວ.
ຈະເຣີນສຸກ
2010.11.16
F-suukyi ທີ່ປາຣີ ປະເທດຝຣັ່ງເສດ ສ່ວນນື່ງຂອງ ບຸກຄົນສໍາຄັນ ທີ່ສນັບສນູນ ໄດ້ກາງຮູປໂປສເຕີ້ ຂອງມາດາມ ອອງຊານຊຸຈິ ແລະ ກ່າວຄໍາຍິນດີ ທີ່ໄດ້ຮັບ ອິສຣະພາບ. ຮ່ວມໃນກຸ່ມມີ Paris mayor Bertrand Delanoe (ກາງ), ດາຣາສະແດງ Marion Cotillard (ຜູ້ທີຫ້າຂວາມື) ແລະນັກຮ້ອງອັງກິດ Jane Birkin (ຜູ້ທີສາມຊ້າຍມື)
Poster AFP PHOTO FRANCOIS GUILLOT

ກົດຟັງສຽງ

ສະຫະຣັຖ ມີແຜນການ ທີ່ຈະຈັດ ການຫາລື ກັບ ຣັຖບານ ທະຫານພະມ້າ ໃນຂນະທີ່ ສະຫະຣັຖ ປະເມີນ ການລົງໂທດ ຂອງຕົນ ຕໍ່ພະມ້າ ພາຍຫລັງ ໄດ້ມີການ ປ່ອຍຕົວ ຜູ້ນໍາ ປະຊາທິປະໄຕ, ຍານາງ ອັອງ ຊານ ຊູ ຈິ, ອີງຕາມ ຣາຍງານ ຂອງກະຊວງ ການຕ່າງປະເທດ ສະຫະຣັຖ.

ທ່ານ ພີ ເຈ ຄໂຣເລ, ໂຄສົກ ກະຊວງການ ຕ່າງປະເທດ ສະຫະຣັຖ, ກ່າວວ່າ ພວກທ່ານ ຈະຈັດການ ປະຊຸມ ໃນບໍ່ເທົ່າໃດ ອາທິດນີ້, ຊຶ່ງປັດຈຸບັນ ຣັຖບານ ກຸງ ວໍຊິງຕັນ ພວມຕິດຕາມ ຢ່າງໃກ້ຊິດ ວ່າ ຍານາງ ອັອງ ຊານ ຊູ ຈິ ນັ້ນ ໄດ້ຮັບການ ບົວຣະບັດດີ ຫລືບໍ ໂດຍຣັຖບານ ທະຫານພະມ້າ.

ແລະ ສະຫະຣັຖ ກໍໄດ້ກຽມພ້ອມ ຫລາຍຢ່າງ ໃນການສ້າງ ສາຍສັມພັນ ກັບພະມ້າ ແຕ່ວ່າ ຍັງມີຫລາຍຢ່າງ ທີ່ພະມ້າ ຈະຕ້ອງໄດ້ ປະຕິບັດ, ຊຶ່ງຈະຕ້ອງໄດ້ ເຮັດຕື່ມອີກ ຫລາຍຢ່າງ ແລະ ບໍ່ແມ່ນພຽງ ແຕ່ການກະທໍາ ພຽງຢ່າງດຽວ ເທົ່ານັ້ນ ເພື່ອປ່ຽນ ນະໂຍບາຍ ຂອງ ສະຫະຣັຖ.

ເຖິງຢ່າງໃດ ກໍຕາມ, ທ່ານ ຄໂຣເລ ກໍບໍໄດ້ໃຫ້ ຣາຍລະອຽດ ເພີ້ມຕື່ມ ກ່ຽວກັບ ຄວາມຫວັງ ຂອງ ສະຫະຣັຖ ສໍາລັບ ການເຈຣະຈາ ເພີ້ມຕື່ມ, ຊຶ່ງເປັນການ ສືບຕໍ່ ການຫາລື ຫລາຍໆຄັ້ງ ຕິດຕໍ່ກັນມາ ທີ່ບໍ່ໄດ້ ຮັບຜົນ ສໍາເຣັດຫຍັງ ຣະຫວ່າງ ເຈົ້າໜ້າທີ່ ສະຫະຣັຖ ແລະ ພະມ້າ ທີ່ມີມາ ພາຍຫລັງ ທີ່ ປະທານາທິບໍດີ ບາຣັກ ໂອບາມາ ເອົາຮັບຕໍາແໜ່ງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.