ຊາວລາວ ກັບພູມລຳເນົາ ສລອງບຸນປີໃໝ່ລາວ

ຊາວລາວຈຳນວນຫຼາຍ ແລະ ຄົນງານລາວ ຈາກປະເທດໄທຍ ພາກັນລໍຖ້າຂຶ້ນຣົຖໂດຍສານ ເພື່ອເດີນທາງກັບພູມລຳເນົາ ໄປສລອງບຸນປີໃໝ່ລາວ ພ.ສ 2566 ກັບຄອບຄົວ. ບາງຄົນກ່າວວ່າ ການເດີນທາງກັບເມືອເຮືອນຄັ້ງນີ້ ຖືເປັນການກັບຄືນ ໃນຮອບ 3 ປີ ພາຍຫຼັງທີ່ໃນໄລຍະການແຜ່ຣະບາດ ຂອງໂຄວິດ-19 ບໍ່ໄດ້ກັບຄືນເມືອເລີຍ.