ຊາວທິເບດ ທົ່ວໂລກ ສລອງວັນ ຄົບຮອບ 62 ປີ ຕໍ່ຕ້ານ ການຍຶດຄອງ ຂອງຈີນ

ຊາວທິເບດ ໃນທົ່ວໂລກ ສລອງວັນຄົບຮອບ 62 ປີ ຂອງການລຸກຮື ຕໍ່ຕ້ານການຍຶດຄອງ ຂອງຊາວຈີນ ໃນທິເບດ. ການກໍ່ກະບົດທີ່ລົ້ມເຫຼວ, ເມື່ອວັນທີ 10 ມິນາ 1959, ໄດ້ບັງຄັບ ໃຫ້ ດາໄລລາມະ ຜູ້ນຳທາງຈິດວິນຍານ ຂອງທິເບດ ຫຼົບໜີລີ້ພັຍ ໄປຢູ່ປະເທດ ອິນເດັຽ.