ທະເລສາບແຫ່ງສຸດທ້າຍ ຢູ່ ພະນົມເປັນ ກໍາລັງ ຖືກທໍາລາຍ

ການກໍ່ສ້າງຢູ່ ທະເລສາບ Tumpun ໃນນະຄອນຫຼວງ ພະນົມເປັນ ຂອງກຳພູຊາ. Tumpun ແມ່ນທະເລສາບ ແຫ່ງສຸດທ້າຍ ທີ່ຍັງຫຼົງເຫຼືອຢູ່ ໃນພະນົມເປັນ, ແຕ່ ພວກກໍ່ສ້າງ ກຳລັງ ເລັ່ງຖົມດິນ ຢ່າງໄວວາ. ຕາມແຜນ ຄືສ້າງຫ້າງ ສັພສິນຄ້າ ອາຄານ ສໍານັກງານ ແລະ ຫ້ອງເຊົ່າທັນສມັຍ ໃນທີ່ດິນ ທີ່ຍຶດຄືນ.