ຕໍາຣວດໄທຍ ຍຶດຢາບ້າ ໄປແຕ່ລາວ ກວ່າ 4 ລ້ານເມັດ

ວັນທີ 19 ມິນາ ທີ່ຜ່ານມາ, ຕຳຣວດ ແລະ ທະຫານ ລາດຕະເວນຊາຍແດນ ແຂວງເລີຍ ປະເທດໄທຍ ໄດ້ຈັບຜູ້ຕ້ອງຫາ ຊາວໄທຍ ທີ່ກຳລັງ ຂົນຢາບ້າ 4 ລ້ານ 3 ແສນ ເມັດ ໃສ່ຣົດ ປາເຈໂຣ ຜ່ານຖນົນແຄມຂອງ ບ້ານຄົກເວົ້າ ເມືອງປາກຊົມ. ຜູ້ຕ້ອງຫາ ໃຫ້ການ ຕໍ່ເຈົ້າໜ້າທີ່ວ່າ ຢາບ້າ ຈຳນວນດັ່ງກ່າວ ຖືກສົ່ງ ຂ້າມນ້ຳຂອງ ໄປຈາກເຂດ ເມືອງສັງທອງ ນະຄອນຫຼວງວຽງຈັນ.