ບ.ດອນຊົມ ມ.ໂຂງ ຍັງໃຊ້ ກະຕຽງນໍ້າມັນ

ປະຊາຊົນ ບ້ານດອນຊົມ ເມືອງໂຂງ ແຂວງຈຳປາສັກ, ເປັນບ້ານ ທີ່ຕັ້ງຢູ່ທາງທິດ ຕາເວັນຕົກ ຂອງ ເຂື່ອນດອນສະໂຮງ ທີ່ ສ້າງໃສ່ ແມ່ນ້ຳຂອງ. ມາຮອດ ປັດຈຸບັນ ບ້ານດັ່ງກ່າວ ກໍຍັງບໍ່ມີ ໄຟຟ້າໃຊ້, ເຖິງແມ່ນວ່າ ເຂື່ອນດອນສະໂຮງ ຈະຫ່າງຈາກບ້ານ ພຽງ 3 ກິໂລແມັດ ແລະ ເຂື່ອນ ກໍເລີ່ມຜລິດໄຟຟ້າ ແຕ່ປີ 2019.