ສາຣະຄະດີ ຄົນງານປະມົ້ງ ເຫຍື່ອຄ້າມະນຸສ ຂ້າມຊາຕ ທີ່ອິນໂດເນເຊັຽ

ນີ້ຄືບາງສ່ວນຂອງຮູບເງົາ ສາຣະຄະດີເຫດການຈິງ ເຣື່ອງ Ghost Feet ຫຼື ເຮືອຜີ ທີ່ຈັດສາຍຂຶ້ນ ໃນມື້ວັນທີ່ 26 ກຸມພາ ທີ່ຜ່ານມາ ຢູ່ສູນການຄ້າ Central World ບາງກອກ ປະເທດໄທຍ ໂດຍມູນລະນິທິເຄື່ອຂ່າຍສົ່ງເສີມຄຸນນະພາບຊີວິດແຮງງານ ຫຼື LPN ຮ່ວມກັບສູນການຮຽນຮູ້ TK Park ທ່າມກາງການເຂົ້າຮ່ວມຮັບຊົມ ຂອງສື່ມວນຊົນ, ປະຊາຊົນ ແລະ ໂຕແທນຈາກສະຖານທູຕ ປະເທດຕ່າງໆ ທີ່ຢູ່ໃນປະເທດໄທຍ.