ຊາວບ້ານມ່ວງ ຂອງໄທຍ ຂໍໃຫ້ສະຫະຣັຖ ຊ່ອຍຫາທາງ ແກ້ໄຂບັນຫາ ແມ່ນ້ຳຂອງ

ຊາວໄທຍ ອີສານ ລຸ່ມນ້ຳຂອງ ໃນເຂດບ້ານມ່ວງ ເມືອງສັງຄົມ ແຂວງໜອງຄາຍ ປະເທດໄທຍ ຊຶ່ງຕຣົງກັນຂ້າມກັບ ເມືອງສັງທອງ ນະຄອນຫຼວງວຽງຈັນ ຮ້ອງຂໍໃຫ້ຣັຖບານ ສະຫະຣັຖ ອາເມຣິກາ ຊ່ອຍຊອກຫາວິທີແກ້ໄຂບັນຫາ ທີ່ເກີດຂຶ້ນ ກັບແມ່ນ້ຳຂອງ ທີ່ສົ່ງຜົລກະທົບ ຕໍ່ຊາວບ້ານ ລວມທັງບັນຫາ ນ້ຳຂອງຂຶ້ນ-ລົງ ຜິດປົກກະຕິ ບໍ່ເປັນໄປຕາມຣະດູການ, ບັນຫາການດັບສູນ ຂອງພັນປາ ແລະພັນພືດ ທີ່ເປັນຜົນຈາກ ການສ້າງເຂື່ອນ ໃສ່ແມ່ນ້ຳຂອງ ຕລອດ 10 ປີທີ່ຜ່ານມາ.