ຜູ້ແທນ ອົງການ ສປຊ ຫາລືເລື່ອງສິດທິມະນຸດ ກັບລັດຖະບານລາວ

ທ່ານ ໂວລເກີ້ຣ໌ ເທີຣ໌ຄ (Volker Türk), ຂ້າຫຼວງໃຫຍ່ ດ້ານສິດທິມະນຸດ ແຫ່ງອົງການ ສະຫະປະຊາຊາດ ເດີນທາງໄປຢ້ຽມຢາມ ສປປ ລາວ ເພື່ອປະຊຸມຫາລື ກັບລັດຖະບານລາວ ເລື່ອງສິດທິມະນຸດ ຕາມສົນທິສັນຍາ ທີ່ ສປປ ລາວ ໄດ້ເຂົ້າຮ່ວມເປັນພາຄີ.