ການຄ້າຂາຍ ຕາມຕລາດຊາຍແດນ ລາວ-ໄທຍ ຍັງບໍ່ຄຶກຄື້ນ

ທາງການແຂວງຊຽງຮາຍ ຂອງໄທຍ ແລະແຂວງບໍ່ແກ້ວ ຂອງລາວ ຈະເປີດປະເທດ ໃຫ້ຜູ້ຄົນສອງຝັ່ງ ເດິນທາງໄປ-ມາ ເພື່ອທ່ອງທ່ຽວ ແລະຊື້ເຄື່ອງຂອງ ໄດ້ຕາມປົກກະຕິ ໃນຕລາດ 3 ຫຼ່ຽມຄຳ ທີ່ເມືອງຊຽງແສນ ແຂວງຊຽງຮາຍ ມາໄດ້ 1 ປີປາຍແລ້ວກໍຕາມ ແຕ່ຍັງບໍ່ຄຶກຄື້ນຄືກ່ອນໂຄວິດ-19 ຣະບາດ.