ການແຂ່ງຂັນ ຊ່ວງເຮືອຍາວ ທີ່ທ່າວັດຈັນ ພ.ສ 2565

ການແຂ່ງຂັນຊ່ວງເຮືອຍາວປະເພນີ ທ່າວັດຈັນ ປະຈຳ ພ.ສ 2565 ເມື່ອວັນທີ 11 ຕຸລາ ທີ່ຜ່ານມາ ຖືວ່າມີບັນຍາກາດ ທີ່ຄຶກຄື້ນເປັນພິເສດ ພາຍຫຼັງທີ່ບໍ່ໄດ້ຈັດໃຫຍ່ ເປັນເວລາ 2 ປີແລ້ວ ເນື່ອງຈາກມີໂຄວິດ-19 ຣະບາດ. ຊາວລາວ ແລະ ຕ່າງປະເທດ ຕ່າງກໍເຂົ້າມາຮ່ວມຊົມ-ຮ່ວມເຊັຽ ການແຂ່ງຂັນຊ່ວງເຮືອຍາວ ຢ່າງມ່ວນຊື່ນ. ນອກຈາກຈະເປັນການແຂ່ງຂັນຊິງໄຊ ເອົາຣາງວັນແລ້ວ ການແຂ່ງຂັນຊ່ວງເຮືອຍາວ ຍັງເປັນການສະແດງອອກ ເຖິງການສືບທອດປະເພນີ ອັນດີງາມ ຂອງຊາວລາວ ທີ່ມີມາແຕ່ດຶກດຳບັນ.