ວີດີໂອ
ຄວາມຄືບໜ້າຫຼ້າສຸດ ຂອງການກໍ່ສ້າງ ຂົວມິຕພາບ ລາວ-ໄທຍ ແຫ່ງທີ່ 5
2023-11-14
ຄວາມຄືບໜ້າຫຼ້າສຸດ ຂອງການກໍ່ສ້າງ ຂົວມິຕພາບ ລາວ-ໄທຍ ແຫ່ງທີ່ 5 ລະຫວ່າງ ແຂວງບໍຣິຄຳໄຊ-ແຂວງບຶງການ, ປັດຈຸບັນສຳເຣັດໄດ້ຫຼາຍກວ່າ 80% ແລ້ວ ເຊິ່ງໄລຍະນີ້ ທາງການ 2 ປະເທດ ກຳລັງເລັ່ງກໍ່ສ້າງຂົວດັງກ່າວ ເພື່ອໃຫ້ສຳເຣັດຕາມແຜນ ຄືເປີດໃຊ້ ຕົ້ນປີ 2024 ສ່ວນ ຊາວບ້ານ ຜູ້ເສັຍດິນໃຫ້ໂຄງການນັ້ນ ໄດ້ຄ່າຊົດເຊີຍທີ່ດິນແລ້ວ ແຕ່ຖືວ່າ ຄ່າຊົດເຊີຍທີ່ໄດ້ຮັບແມ່ນຕໍ່າຫຼາຍ ເມື່ອທຽບໃສ່ສະພາບເງິນເຟີ້ ແລະ ເງິນກີບອ່ອນຄ່າ ໃນປັດຈຸບັນ.