ບຸນກະຖິນ ສຳລັບຊາວລາວ ໃນຕ່າງແດນ

ບຸນກະຖິນ ເປັນບຸນໃຫຍ່ ອັນນຶ່ງ ສໍາລັບພຣະສົງ, ປີນຶ່ງມີເດືອນດຽວ ທີ່ ພຣະພຸທເຈົ້າຊົງອະນຸຍາດ ໃຫ້ສແວງຫາ ຜ້າເພື່ອນໍາມາຫຍິບ ເປັນຜືນຜ້າກາວາວະພັດ ຫຼືຜ້າໄຕຣຈີວອນ ເພື່ອຖວາຍ ແດ່ອົງທີ່ມີຄວາມຈຳເປັນຕ້ອງໄດ້ປ່ຽນຖ່າຍຈີວອນ ແລະງານບຸນທີ່ມີຂຶ້ນ ຢູ່ວັດລາວພຸດທະເມດຕາ ໃນຂົງເຂດນະຄອນຫລວງ ວໍຊິງຕັນ ດີ.ຊີ., ສະຫະຣັຖ ອາເມຣິກາ ໃນວັນທີ 6 ພຶສຈິການີ້ ໄດ້ດໍາເນີນໄປ ຢ່າງມີຄວາມໝາຍ, ອອກຕົນຍາດໂຍມ ພໍໃຈ.