ວີດີໂອ
ຊາວບ້ານ ໄດ້ຮັບຜົນກະທົບ ຍ້ອນການປ່ຽນແປງຂອງແມ່ນ້ຳຂອງ
2024-11-19
ການຫາຍໄປຂອງຕົ້ນໄຄ້ນ້ຳ ໄດ້ເລີ່ມຂຶ້ນຕັ້ງແຕ່ປີ 2019 ທີ່ນ້ຳຂອງປ່ຽນແປງຢ່າງໜັກ ຄື ແຫ້ງໃນລະດູນ້ຳຫຼາຍ ອັນເປັນເວລາທີ່ຕົ້ນໄຄ້ນ້ຳຂອງຈະຮັບນ້ຳເພື່ອຈະເລີນເຕີບໃຫຍ່. ຫຼາຍປີແລ້ວ ທີ່ບ້ານຫາດຄຳພີ ເຊິ່ງຕັ້ງຢູ່ລະຫວ່າງເຂດເມືອງໝື່ນ ແຂວງວຽງຈັນ ແລະເມືອງປາກຊົມ ແຂວງເລີຍຂອງໄທ ກາຍເປັນຊຸມຊົນກະເສດຕະກອນ ຈາກທີ່ແຕ່ກ່ອນ ວິຖີຊີວິດຜູ້ຄົນເຂດນີ້ ເກືອບທຸກຄອບຄົວຫາປາກັນເປັນອາຊີບຫຼັກ.