ນ້ຳຂອງເຣີ່ມບົກແຫ້ງກ່ອນ ຣະດູແລ້ງ

ການທີ່ນ້ຳຂອງ ບົກແຫ້ງກ່ອນຣະດູການ ລ່ວງໜ້າເຖິງ 3 ເດືອນ ໃນເຂດບໍຣິເວນຊາຍແດນ ລາວ-ໄທຍ ເມືອງປາກຊົມ ແຂວງເລີຍ ທີ່ຢູ່ກັບກັນຂ້າມກັບ ເມືອງຊະນະຄາມ ແຂວງວຽງຈັນ ແລະ ເມືອງສັງທອງ ນະຄອນຫຼວງວຽງຈັນ ນັ້ນ, ສົ່ງຜົລກະທົບຕໍ່ຊາວກະເສຕກອນ ຕາມແຄມຂອງ ເຮັດໃຫ້ບໍ່ມີນ້ຳພຽງພໍ ເພື່ອທຳການກະເສຕ. ຂະນະທີ່ຊາວບ້ານ ທີ່ຍຶດອາຊີພຫາປາ ກໍຈົ່ມວ່າ ຖ້າຫາກສືບຕໍ່ເປັນແບບນີ້, ສັດນ້ຳຫຼາຍຊນິດ ຄົງສູນພັນໄປ. ເປັນທີ່ຈະແຈ້ງແລ້ວວ່າ ການກໍ່ສ້າງເຂື່ອນໃສ່ແມ່ນ້ຳຂອງ ແລະ ການສ້າງເຂື່ອນໃສ່ແມ່ນ້ຳສາຂາ ທີ່ໄຫຼປ່ອງໃສ່ແມ່ນ້ຳຂອງ ລ້ວນແຕ່ເປັນສ່ວນສຳຄັນ ທີ່ກໍ່ໃຫ້ເກີດບັນຫາດັ່ງກ່າວ.