ມີການສຶກສາຄວາມເປັນໄປໄດ້ ເພື່ອສ້າງເຂື່ອນປາກຊົມ ໃນແມ່ນ້ຳຂອງ

ບໍຣິສັດພະລັງງານບໍຣິສຸດ ລົງສຶກສາຄວາມເປັນໄປໄດ້ ໃນການສ້າງເຂື່ອນປາກຊົມ ໃນພື້ນທີ່ແມ່ນ້ຳຂອງ 3 ບ້ານ ຕາມແຜນເບຶ້ອງຕົ້ນ ໄດ້ແກ່ ເຂດບ້ານຄົກເວົ້າ, ບ້ານປາກມັ່ງ, ບ້ານຫາດຄັມພີ ແລະຊາວບ້ານ ໃນ 3 ບ້ານ ດັງກ່າວ ຈະຖືກຍົກຍ້າຍ ຫາກໂຄງການນີ້ສ້າງຂຶ້ນ ສ່ວນຝັ່ງ ສປປ ລາວ ຈະໄດ້ຮັບຜົລກະທົບ ຄືບ້ານນ້ຳຈັນ ແລະບ້ານຫ້ວຍຫາງ.