ແຜນການຟື້ນຟູປ່າໄມ້ຂອງທາງການລາວ ທີ່ວ່າຈະໃຫ້ໄດ້ 70% ໃນປີ 2020 ລົ້ມແຫລວ

ຣັຖບານລາວ ວາງແຜນການ ຟື້ນຟູປ່າໄມ້ ສະບັບໃໝ່, ມີເປົ້າໝາຍ ເຮັດໃຫ້ປ່າໄມ້ ປົກຫຸ້ມພື້ນທີ່ ຂອງປະເທດ ໃຫ້ໄດ້ 70% ໃນປີ 2035 ຍ້ອນວ່າ ແຜນການເກົ່າ ທີ່ວ່າຈະເຮັດໃຫ້ໄດ້ 70% ໃນປີ 2020 ນັ້ນລົ້ມແຫລວ ຂະນະທີ່ ປະຊາຊົນເຫັນວ່າ ເປັນເຣື່ອງຍາກ ທີ່ຈະປະຕິບັດໄດ້ ເນື່ອງຈາກ ປ່າໄມ່ຖືກຕ່າງປະເທດ ສັມປະທານ ເຮັດໂຄງການຈຳນວນຫຼາຍ.