ເຈົ້າໜ້າທີ່ໄທຍ ຍຶດຢາເສບຕິດ ຈາກລາວ ທີ່ເຊື່ອງໄວ້ ໃນຣົຖຂົນສົ່ງນ້ຳມັນ

ຕຳຣວດ ແລະ ເຈົ້າໜ້າທີ່ ດ່ານພາສີ ແຂວງໜອງຄາຍ ປະເທດໄທຍ ຍຶດຢາເສບຕິດໄດ້ ລວມມູນຄ່າ 100 ລ້ານບາທ ທີ່ເຊື່ອງໄວ້ ໃນຣົຖຂົນສົ່ງນ້ຳມັນ ຂອງໄທຍ, ຊຶ່ງກັບມາຈາກ ນະຄອນຫຼວງວຽງຈັນ ໃນວັນທີ 23 ພຶສຈິກາ ທີ່ຜ່ານມາ. ການກວດຍຶດດັ່ງກ່າວ ເກີດຂຶ້ນ ໃນຕອນ 9 ໂມງເຊົ້າ ຢູ່ຂົວມິຕພາບ ແຫ່ງທີ 1 ໜອງຄາຍ-ນະຄອນຫຼວງວຽງຈັນ ພາຍຫລັງ ທີ່ເຈົ້າໜ້າທີ່ ໄດ້ກວດຄົ້ນຣົຖຂົນສົ່ງນ້ຳມັນ ຂອງບໍຣິສັດ ບັນເທີງທຣານສປອຣ໌ຕ ຈຳກັດ, ຊຶ່ງໄດ້ເຂົ້າໄປ ສົ່ງນ້ຳມັນ ໃຫ້ກັບບໍຣິສັດ NTP ຂອງລາວ.