ການດູດຊາຍ ແມ່ນ້ຳຂອງ ສົ່ງຜົລກະທົບ ຕໍ່ຫຼາຍຊີວິດ

ຫຼາຍປີທີ່ຜ່ານມາ ການໃຫ້ສັມປະທານ ດູດຊາຍ ແມ່ນ້ຳຂອງ ໃນຫຼາຍເມືອງ ແລະ ຫຼາຍແຂວງ ຕລອດແນວລຳແມ່ນ້ຳຂອງ ທັງຝັ່ງໄທຍ ແລະ ລາວ ສົ່ງຜົລກະທົບຫຼາຍ ແລະຜົລກະທົບນັ້ນ ກໍເຣີ່ມສະທ້ອນຢ່າງຈະແຈ້ງແລ້ວ ໃນທຸກມື້ນີ້ ນຶ່ງໃນນັ້ນ ຄືບັນຫາຣະດັບຄວາມເລິກ-ຕື້ນຂອງນ້ຳທີ່ປ່ຽນໄປ ສົ່ງຜົລໃຫ້ປາຫຼາຍຊະນິດ ບໍ່ມີທີ່ຢູ່ອາສັຍ.