ຄົນງານລາວຢູ່ໄທຍ ໄລຍະ ໂຄວິດ-19 ຮອບ 2

ພາຍຫຼັງ ທີ່ ໂຄວິດ-19 ເກີດຣະບາດ ຮອບທີ 2 ຢູ່ໄທຍ ກໍເຮັດໃຫ້ ການເປັນຢູ່ ໄປມາ ຂອງ ຄົນງານລາວ ໃນໂຮງງານ ແປຮູບຕີນໄກ່ ທີ່ ເມືອງໂພນພິໃສ ແຂວງໜອງຄາຍ ລຳບາກຂຶ້ນ ເນື່ອງຈາກຕ້ອງໄດ້ ຣະມັດຣະວັງ ຫຼາຍຂຶ້ນ ແລະ ຕ້ອງໄດ້ຢູ່ແຕ່ ໃນໂຮງງານ ໄປກ່ອນ. ນອກຈາກນີ້, ເຂົາເຈົ້າຕ້ອງຕັດສິນໃຈ ບໍ່ເດີນທາງເມືອຢາມເຮືອນ ທີ່ຝັ່ງລາວເທື່ອ ເນື່ອງຈາກ ດ່ານຊາຍແດນລາວ-ໄທຍ ຍັງບໍ່ເປີດເປັນ ປົກກະຕິ.