36 ຄອບຄົວ ບ້ານໂພນສີນວນ ຂໍຄວາມເປັນທັມ

ວີດິໂອ ເຫດການໃນຕອນເຊົ້າ ຂອງວັນອັງຄານ ວັນທີ 23 ພຶສຈິກາ 2021, ທີ່ພວກຊາວບ້ານ ບ້ານໂພນສີນວນ ເມືອງສີສັຕນາຄ ນະຄອນຫຼວງວຽງຈັນ ຈຳນວນ 36 ຄອບຄົວ ພາກັນຂໍຄວາມເປັນທັມ ພາຍຫຼັງທີ່ພວກເຂົາເຈົ້າ ຖືກເຈົ້າໜ້າທີ່ຕຳຣວດ ແຈ້ງໃຫ້ໂຍກຍ້າຍ ອອກຈາກຕອນດິນດັ່ງກ່າວ. ຊາວບ້ານຮ້ອງຂໍ ໃຫ້ມີການຊົດເຊີຍເງິນ ທີ່ສົມເຫດສົມຜົລ, ແຕ່ຖ້າຈະມີການຊົດເຊີຍທີ່ດິນແທນ ກໍຂໍໃຫ້ຊອກຫາທີ່ດິນ ທີ່ບໍ່ໄກຈາກໂຕເມືອງຫຼາຍ ເພື່ອຈະໄດ້ສືບຕໍ່ທຳມາຫາກິນ