ວັນຜູ້ບໍຣິຈາກເລືອດໂລກ 14 ມິຖຸນາ 2022

ວັນທີ 14 ມິຖຸນາ 2022 ແມ່ນວັນຜູ້ບໍຣິຈາກເລືອດໂລກ ພາຍໃຕ້ຫົວຂໍ້ສາກົລ: “ບໍຣິຈາກເລືອດ ແມ່ນພະລັງແຫ່ງຄວາມສາມັກຄີ, ມາຮ່ວມກັນບໍຣິຈາກເລືອດ ເພື່ອຊ່ອຍຊີວິດ.” ສະຖາບັນເລືອດແຫ່ງຊາຕ, ອົງການກາແດງແຫ່ງຊາຕລາວ ໄດ້ສເລີມສລອງວັນດັ່ງກ່າວ ດ້ວຍການຈັດງານ ໃຫ້ສາທາຣະນະຊົນ ຮ່ວມບໍຣິຈາກເລືອດ ທີ່ສູນການຄ້າ ລາວ-ໄອເຕັກ ໃນນະຄອນຫຼວງວຽງຈັນ, ເຊິ່ງກໍມີຜູ້ຄົນ ຈາກທຸກສາຂາອາຊີບ ໄດ້ເຂົ້າຮ່ວມບໍຣິຈາກເລືອດ ໃນງານດັ່ງກ່າວ