ຊາວນາລາວ ເຣີ່ມດຳນາ ໃນຣະດູນາປີ ຖ່າມກາງສະພາບ ທີ່ຕົ້ນທຶນສູງຂຶ້ນ

ຊາວນາລາວ ໃນບັນດາເມືອງ ແລະ ແຂວງຕ່າງໆ ເຣີ່ມພາກັນລົງມືຄາດ, ໄຖ ແລະ ດຳນາ ໃນຣະດູນາປີແລ້ວ ຕັ້ງແຕ່ຕົ້ນເດືອນກໍຣະກະດາ ນີ້, ພາຍຫຼັງທີ່ໄດ້ຕົກກ້າ ມາແຕ່ຕົ້ນເດືອນ 6 ຫຼື ເດືອນມິຖຸນາ, ເຊິ່ງຫຼາຍຄົນ ຕ່າງກໍຈົ່ມວ່າ ໃນປີນີ້ ເກີດສະພາບນ້ຳມັນເຊື້ອເພີງແພງ ແລະ ປຸ໋ຍ ຂຶ້ນລາຄາ ຈຶ່ງເຮັດໃຫ້ຕົ້ນທຶນໃນການເຮັດນາ ເພີ່ມສູງຂຶ້ນເກືອບເທົ່າໂຕ