ພູຫຼາຍ 10 ໜ່ວຍ ເຂດເມືອງສັງທອງ ກຳລັງຖືກຂຸດເຈາະ ຢ່າງໜັກ

ພູຂະໜາດໃຫຍ່ນັບ 10 ໜ່ວຍ ທີ່ຕັ້ງຢູ່ແຄມຝັ່ງແມ່ນ້ຳຂອງເມືອງສັງທອງ ນະຄອນຫຼວງວຽງຈັນມາດົນນານ ໃນພື້ນທີ່ ບ້ານຫ້ວຍຄຳ, ບ້ານອ່າງນ້ອຍ, ບ້ານອ່າງໃຫຍ່ ແລະບ້ານສະໄກທ່າ ເຊິ່ງເຄີຍງົດງາມ ແລະສະແດງເຖິງຄວາມອຸດົມສົມບູນ ຂອງປ່າໄມ້ແຄມຝັ່ງນ້ຳຂອງ ມາຮອດປັດຈູບັນນີ້ ຄວາມງົດງາມ ແລະຄວາມອຸດົມສົມບູນນັ້ນ ນັບມື້ນັບຫຼຸດຫາຍໄປເລື່ອຍໆ ຫຼັງຈາກທີ່ຣັຖບານ ໃຫ້ບໍລິສັດຫຼາຍແຫ່ງ ທັ້ງໃນລາວ ແລະຕ່າງປະເທດ ເຂົ້າມາລະເບີດພູດັງກ່າວ ເພື່ອຂຸດຄົ້ນຫີນ ແລະດິນ ເອົາໄປຂາຍ ເປັນເວລາເກືອບ 10 ປີ.