ບັນຍາກາດ ບຸນອອກພັນສາ ທ່າວັດຈັນ

ນີ້ແມ່ນບັນຍາກາດ ການຄົບງັນ ບຸນຊ່ວງເຮືອທ່າວັດຈັນ ປະຈຳ ພ.ສ 2565 ໃນຍາມຄ່ຳຄືນ ທີ່ທ່າວັດຈັນ, ເມືອງຈັນທະບູຣີ ນະຄອນຫຼວງວຽງຈັນ. ພາຍໃນບຸນ ກໍມີການວາງສະແດງສິນຄ້າ, ການຂາຍອາຫານ ແລະ ເຄື່ອງດື່ມ, ການບໍຣິການເຄື່ອງຫຼິ້ນ ສຳລັບເດັກນ້ອຍ ແລະ ຜູ້ໃຫຍ່ ແລະ ເກມຊິງໂຊກ-ຊິງຣາງວັນຕ່າງໆ ເພື່ອໃຫ້ຜູ້ມາທ່ຽວບຸນ ໄດ້ຮ່ວມຫຼິ້ນບຸນ ຢ່າງມີຄວາມສຸຂ.