ຄົນງານຂ້າມຊາດ ຢູ່ໄທຍ ຍັງບໍ່ເຂົ້າເຖິງ ການບໍຣິການສຸຂພາບ

ຄົນງານລາວ ຈຳນວນນຶ່ງ ທີ່ເດີນທາງໄປເຮັດວຽກ ຢູ່ປະເທດໄທຍ ຍັງບໍ່ສາມາດເຂົ້າເຖິງ ລະບົບການໃຫ້ບໍຣິການ ດ້ານສຸຂພາບຂອງໄທຍ ເນື່ອງຈາກວ່າ ເຂົາເຈົ້າຍັງບໍ່ທັນເຂົ້າໃຈເຣື່ອງສິດທິ ຂອງຕົນເອງ ໃນການປິ່ນປົວ ອີິງຕາມນັກຊ່ຽວຊານ ກ່າວໃນກອງປະຊຸມ ດ້ານແຮງງານຂ້າມຊາຕ ທີ່ນະຄອນຫຼວງບາງກອກ ເມື່ອວັນທີ່ 13 ມິຖຸນາທີ່ຜ່ານມາ.