ປັດຈຸບັນ ເງິນກີບ ເກືອບຈະບໍ່ເປັນທີ່ຕ້ອງການ ຢູ່ສາມຫຼ່ຽມຄຳ

ແມ້ວ່າເຂດເສຖກິຈພິເສດສາມຫຼ່ຽມຄຳ ຂອງຈີນ ຈະຕັ້ງຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເຊິ່ງຄືແຜ່ນດິນປະເທດລາວ, ແຕ່ປັດຈຸບັນ ເງິນກີບ ເກືອບຈະບໍ່ເປັນທີ່ຕ້ອງການ ຂອງຮ້ານຄ້າ ຮ້ານອາຫານ ແລະສຖານບໍຣິການ ຮູບແບບຕ່າງໆ ພາຍໃນເຂດເສຖກິຈພິເສດແຫ່ງນີ້ເລີຍ.