ວີດີໂອ
ອາຊີບຕໍ່ເຮືອ ຂອງຊາວບ້ານ ລຸ່ມແມ່ນ້ຳຂອງ ໄດ້ຮັບຜົລກະທົບ
2023-04-30
ນີ້ກໍເປັນອີກປີນຶ່ງ ທີ່ ທ້າວຈ່ອຍ ຊາວເມືອງຊະນະຄາມ ທີ່ຂ້າມມາສ້າງຄອບຄົວ ຢູ່ເມືອງຊຽງຄານ ແຂວງເລີຍ ຂອງໄທຍ ເປັນເວລາເກືອບ 20 ປີແລ້ວ, ມາເຖິງຕອນນີ້, ຕ້ອງປະເຊີນກັບ ການຂາດລາຍໄດ້ ໃນການຫາລ້ຽງຄອບຄົວ ຫຼັງຈາກທີ່ອາຊີບ ຮັບຈ້າງຕໍ່ເຮືອຫາປາ ທີ່ເປັນອາຊີບສືບຕໍ່ ມາຈາກພໍ່ ຕັ້ງແຕ່ທີ່ເພິ່ນຍັງຢູ່ຝັ່ງ ປະເທດລາວ ນັ້ນ, ມາຮອດຕອນນີ້ ເກືອບບໍ່ມີໃຜຈ້າງຕໍ່ເຮືອອີກແລ້ວ.