ເວທີ່ຮັບຟັງຄຳຄິດເຫັນ ຂອງຊາວບ້ານຕໍ່ໂຄງການເຂື່ອນພູງອຍ

ເວທີຮັບຟັງຄຳເຫັນຊາວບ້ານ ຂອງເມືອງຕ່າງໆ ໃນແຂວງອຸບົນຣາຊະທານີ ກໍລະນີ ເຂື່ອນໄຟຟ້າງອຍ ທີ່ ບໍລິສັດ Charoen Energy and Water Asia ຂອງໄທ ມີແຜນຈະສ້າງ ຢູ່ແຂວງຈຳປາສັກ ຂອງລາວ ເຊິ່ງຈັດຂຶ້ນ ໂດຍຄະນະກຳມະການສິດທິມະນຸດແຫ່ງຊາດ ຂອງໄທ ຢູ່ແຂວງອຸບົນ ໃນມື້ວັນທີ່ 17 ພຶດສະພາ ທີ່ຜ່ານມາ .