ຄົນງານລາວ ເຮັດວຽກດ້ານການຜະລິດຊິ້ນສ່ວນລົດ ໃນປະເທດໄທ ຍັງມີໜ້ອຍ

ອົງການແຮງງານລະຫວ່າງປະເທດ ຫລື International Labour Organization ທີ່ຈັດກອງປະຊຸມກ່ຽວກັບ ວຽກງານດ້ານອຸດສາກຳກົນຈັກລົດ ໃນປະເທດໄທ ຢູ່ນະຄອນຫຼວງ ບາງກອກ ໃນມື້ວັນທີ່ 21 ມິຖຸນາ ຜ່ານມາ ໄດ້ກ່າວວ່າ ປັດຈຸບັນ ຄົນງານຕ່າງຊາດ ລວມເຖິງ ຄົນງານລາວ ທີ່ໄດ້ເຂົ້າມາເຮັດວຽກ ດ້ານການຜະລິດຊິ້ນສ່ວນ ລົດໃນໄທນັ້ນ ຍັງໜ້ອຍ ເຊິ່ງມີພຽງ 12% ຈາກ 100% ເຫດຜົນເປັນຍ້ອນການຝຶກທັກສະ ແລະສີມື ດ້ານດັງກ່າວ ຂອງຄົນງານ ໃນຕ່າງປະເທດຍັງມີໜ້ອຍ.