ແມ່ນ້ຳຂອງ ກຳລັງປະເຊີນກັບບັນຫາ ນ້ຳແຫ້ງຫຼາຍຂຶ້ນ

ນ້ຳຂອງຂຶ້ນລົງຜິດປົກກະຕິ ຢ່າງຕໍ່ເນື່ອງ ເຖິງແມ່ນວ່າ ໃນເດືອນມິຖຸນາ ແລະ ເດືອນກໍລະກົດນີ້ ຈະເຂົ້າສູ່ລະດູຝົນແລ້ວ ແລະ ປະລິມານຝົນຕົກ ໃນແຕ່ລະມື້ກໍຫຼາຍ ແຕ່ປະກົດວ່າ ນ້ຳຂອງຍັງແຫ້ງລົງຫຼາຍ ໃນຂະນະທີ່ເຈົ້າໜ້າທີ່ທ້ອງຖິ່ນ ຢູ່ແຂວງມຸກດາຫານ ທີ່ຫາປາ ແລະຕິດຕາມສະຖານະການ ແມ່ນ້ຳຂອງກໍເວົ້າເຖິງການປ່ຽນແປງນີ້ວ່າ ແຕ່ລະປີນ້ຳຂອງ ແຮງປະເຊີນກັບວິກິດຫຼາຍຂຶ້ນ.