ຣະບົບນິເວດ ແມ່ນ້ຳຂອງ ປັ່ນປ່ວນ

ຣະບົບນິເວດໃນແມ່ນ້ຳຂອງ ພວມໄດ້ຮັບຜົລກະທົບຢ່າງໜັກ ອັນເນື່ອງມາຈາກປະກົດການນ້ຳຂອງໃສ. ປະກົດການນ້ຳຂອງໃສ ເກີດຂຶ້ນຍ້ອນນ້ຳຂອງ ຂາດຝຸ່ນຕົມ ແລະ ຝຸ່ນຕົມໃນນ້ຳຂອງ ຖືເປັນແຫຼ່ງອາຫານຫຼັກ ໃຫ້ແກ່ພືດ ແລະ ສັດນ້ຳ ໃນຣະບົບນິເວດແມ່ນ້ຳຂອງ. ນອກຈາກນີ້, ພາວະນ້ຳຂອງໃສ ຍັງເຮັດໃຫ້ມີການເຊາະເຈື່ອນ ຂອງຕາຝັ່ງຢ່າງຮຸນແຮງນຳດ້ວຍ.