ເປີດດ່ານທ້ອງຖິ່ນ ເພື່ອເສຖກິຈ ໄທຍ-ລາວ ເຂັມແຂງ

ຫຼັງຈາກທີ່ຣັຖບານລາວ ແລະໄທຍ ເຫັນພ້ອມໃຫ້ມີການເປີດດ່ານສາກົລ ແລະດ່ານປະເພນີ ເພື່ອໃຫ້ປະຊາຊົນ ທັງ 2 ປະເທດ ຂ້າມໄປ-ມາ ຫາສູ່ກັນໄດ້ຕາມປົກກະຕິແລ້ວ ປັດຈຸບັນ ສະພາບເສຖກິຈ ຢູ່ເມືອງທາຕພະນົມ ແຂວງນະຄອນພະນົມ ຂອງໄທຍ ກໍໄຄແດ່ແລ້ວໜ້ອຍນຶ່ງ ເພາະວ່າຊາວລາວ ແລະຊາວວຽດນາມ ເຣີ່ມຂ້າມມາຊື້ເຄື່ອງຂອງຫຼາຍຂຶ້ນ.