ແມ່ຍິງລາວ ຖືກນາຍຈ້າງຄົນໄທຍ ຕົວະໄປຂົ່ມຂືນ

ໃນວັນທີ 28 ກັນຍາ ປີ 2022 ນີ້ທີມງານ ເຟສບຸກຄ໌ ເພຈ “Survive” ສາຍໄໝຕ້ອງລອດໄດ້ພານາງ ນ້ອຍ ນາມສົມມຸດ ແມ່ຍິງລາວ ອາຍຸບໍ່ເກີນ 20 ປີ ທີ່ຍັງບໍ່ລະ ບຸວ່າມາຈາກແຂວງໃດ ຂອງລາວເຂົ້າແຈ້ງຄວາມ ຕໍ່ເຈົ້າໜ້າທີ່ ຫ້ອງການຕຳຣວດ ເມືອງບາງບົວທອງ ແຂວງນົນທະບູຣີ ປະເທດໄທຍ ພາຍຫຼັງເມື່ອວັນທີ 26 ກັນຍາ ທີ່ຜ່ານມາ ຖືກນາຍຈ້າງຊາວໄທຍ ຜູ້ນຶ່ງຕົວະມາໃຫ້ເຮັດວຽກ ຢູ່ຮ້ານອາຫານແຫ່ງນຶ່ງ ໃນພື້ນທີ່ເມືອງບາງບົວທອງ ແຕ່ຖືກນາຍຈ້າງຄົນດັ່ງກ່າວ ຍຶດໜັງສືຜ່ານແດນ (Passport) ໄວ້ແລ້ວໃຊ້ມືດນາບຂູ່ ເພື່ອຂົ່ມຂືນ ນາງ ພ້ອມທັງທຳຮ້າຍຮ່າງກາຍ, ກັກຂັງ ແລະ ຂົ່ມຂູ່ບໍ່ໃຫ້ແຈ້ງຄວາມ ຕໍ່ເຈົ້າໜ້າທີ່ຕຳຣວດ.