ແມ່ ແລະ ເດັກ: ວັນທີ 17 ກຸມພາ 2009

ການໄປຢາມ ເມືອງລາວ ຊຶ່ງເປັນພູມລໍາເນົາ ເດີມ ຂອງຊາວລາວ ອະເມຣິກັນ ໂດຍທົ່ວໄປແລ້ວ ຖືເປັນຊ່ວງ ເວລາ ທີ່ເຕັມໄປດ້ວຍ ຄວາມຕື່ນເຕັ້ນ ດີໃຈ ພາຍຫລັງ ທີ່ໄດ້ຈາກໄປ ເປັນເວລາ ດົນນານ ແບບຈໍາໃຈຈາກ ໂດຍບໍ່ຄາດ ຄິດມາກ່ອນ ແລະເຖິງແມ່ນວ່າ ຈະໄດ້ເຫັນ ທັງສີ່ງ ທີ່ມີ ການພັທນາ ແລະ ສີ່ງທີ່ລ່າຫລັງ, ມີເດັກນ້ອຍລາວ ຈໍານວນ ຫລວງຫລາຍ ບໍ່ໄດ້ເຂົ້າ ໂຮງຮຽນ ກໍຕາມ. ກ່ຽວກັບເລື່ອງ ດັ່ງກ່າວ ເຊີນທ່ານຮັບຟັງໄດ້ ໃນການສໍາພາດ ສັຕຣີລາວ ອະເມຣິກັນ ຈາກຣັດ Wisconsin.

ຄືດັ່ງທີ່ຮູ້ນໍາກັນ ພາຍຫລັງມີການປ່ຽນແປງ ຣະບອບການປົກຄອງ ໃນລາວຈາກຣະບອບ ຣາຊອານາຈັກ ມາເປັນຣະບອບ ພັກດຽວເຄົ້າດຽວ ກໍາອໍານາດເມື່ອປີ 1975  ຊາວລາວຈໍານວນ ຫລວງຫລາຍໄດ້ໜີ ອອກຈາກປະເທດ ໂດຍມີຄວາມຫວັງ ໄປຕັ້ງຖີ່ນຖານ ໃໝ່ໃນຕ່າງແດນ ທີ່ມີຄວາມຈເຣີນ ຮຸ່ງເຮືອງມີເສຣີ ປະຊາທິປະໄຕ.  ໃນຈໍານວນນັ້ນກໍມີ ສົມພອນ ຮວມຢູ່ດ້ວຍ.

ສົມພອນເປັນຄຣູສອນ ຢູ່ໂຮງຮຽນ ໃນເຂດເມືອງ Milwalkee ຣັດ Wisconsin ສະຫະຣັດ ອະເມຣິກາ ແລະກໍຈາກເມືອງ ລາວມາເມື່ອ20ປີກ່ອນ.  ສີ່ງນຶ່ງທີ່ນາງຝັນ ມາຕລອດນັ້ນກໍຄື ການມີໂອກາດ ໄດ້ກັບຄືນມາຢາມ ເມືອງລາວຊຶ່ງເປັນ ບ້ານເກີດຂອງນາງ  ແລະນາງມີຄວາມ ຜູກພັນມີຄົນ ທີ່ນາງຮັກແລະມີຄົນ ຄິດຮອດຄິດເຖິງ ນາງ  ເຖິງແມ່ນວ່າຈະຢູ່ ຫ່າງໃກກັນເປັນ ເວລານານແລ້ວກໍຕາມ.  ສົມພອນກ່າວວ່າ

ນັ້ນກໍເປັນການ ສໍາພາດ ສົມພອນ ສັຕຣີລາວ ອະເມຣິກັນ ແລະກໍເປັນຄຣູສອນ ຢູ່ໂຮງຮຽນມັທຍົມ public school ໃນເຂດເມືອງ Milwalkee ສະຫະຣັດ ອະເມຣິກາ ການສໍາພາດມີຂຶ້ນ ໃນເດືອນມົກກະຣາ 2009 ນີ້.

ສົມພອນຄາດວ່າ ຈະກັບມາຢາມເມືອງລາວ ຕື່ມອີກເປັນເທື່ອທີ 6 ໃນອີກ 2 ປີຂ້າງໜ້າ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org